ສະພາຄວາມໝັ້ນຄົງສະຫະປະຊາຊາດ ກະຕຸກຊຸກຍູ້ ປະຊາຄົມໂລກເພີ່ມທະວີການໜູນຊ່ວຍອີຣັກ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ກະຕຸກຊຸກຍູ້ ປະຊາຄົມໂລກເພີ່ມທະວີການໜູນຊ່ວຍອີຣັກ - ảnh 1
(ພາບປະກອບ: AFP)

(vovworld) – ​ໃນ​ຖະ​ແຫຼ​ງການ​​ວັນ​ທີ 17/10, ສະມາຊິກສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ 15 ທ່ານ ​ໄດ້​ກ່າວ​ປະນາມ​ບັນດາ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ ​ແລະ ບັນດາ​ການ​ໃຊ້​ຄວາມ​ຮຸ້ງ​ແຮງ​ອື່ນ ​ໂດຍ​ກຳລັງລັດ​ອິດສລາມ (IS) ດຳ​ເນີນ​ຢູ່​ນະຄອນຫຼວງ​ແບກ​ແດດ ​ແລະ ບັນດາ​​ແຂວງ​ນະຄອນ​ອື່ນໆ​ຢູ່​ອີຣັກ. ຖະ​ແຫຼ​ງການ​ໄດ້​ເນັ້ນ​ໜັກ​ວ່າ ປະຊາ​ຄົມ​ໂລກຕ້ອງ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ບັນດາ​ການ​ໜູນ​ຊ່ວຍອຳນາດ​ການ​ປົກຄອງ​ແບ​ກ​ແດດ ​ກວ່າ​ອີກ ​ເພື່ອ​ແນ​ໃສ່​ຍູ້ IS ​ກໍ່​ຄື​ບັນດາ​ອົງການ​ຫົວ​ຮຸ້ນ​ແຮງ​ທີ່​ກ່ຽວ​ຂ້ອງໃຫ້​ຖອຍ​ໄປ. ອົງການ​ທີ່ມີ​ສິດ​ອຳນາດ​ທີ່​ສຸດ​ຂອງ​ສະຫະ​ປະຊາ​ຊາດ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ນຳ​ໃຊ້​ທຸ​ກໆ​ມາດ​ຕະການໃນ​ຂອບ​ເຂດຂອງກົດໝາຍ​ສາກົນ ​ເພື່ອ​ຕ້ານ​ຄືນ​ໄພ​ນາບ​ຂູ່​ຈາກ IS.

        ກ່ອນ​ໜ້າ​ນັ້ນກໍ່​ໃນ​ວັນ​ດຽວ​ກັນ, ຕໍ່​ໜ້າ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ພວມ​ປິນຂັ້ນ​​ໄດ, ກອງ​ທັບ​ອີ​ຮັກ ​ໄດ້​​ບຸກລະດົມ​ບັ້ນ​ຮົບ​ຕ່າວ​ໂຈມ​ຕີ​ເພື່ອ​ແນ​ໃສ່​ບົດ​ປ່ອຍ​ເຂດລະຫວ່າງ ນະຄອນ Tikrit ​ແລະ Baiji, ຂຶ້ນ​ກັບ​ທາງ​ທິດ​ເໜືອ Salahuddin. ປະຈຸ​ບັນ​ການປະ​ທະ​ກັນ​ຍັງ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​​ແຮງ​ຢູ່​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ