ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ກອງ​ປະ​ຊຸມ​​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການຂອງພູ​ພຽງ Golan

(VOVWORLD) - ສະຫະພາບເອີລົບ(EU) ໄດ້ຊີ້ແຈ້ງວ່າ ບັນດາປະເທດສະມາຊິກ EU ຈະບໍ່ຮັບຮອງ ພູພຽງ Golan ແມ່ນເຂດດິນແດນ ຂອງ ອິດສະລາແອັນ.
ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ກອງ​ປະ​ຊຸມ​​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການຂອງພູ​ພຽງ Golan - ảnh 1ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ ນີວຢອກ (ພາບ: TTXVN)

ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມດ່ວນໃນວັນທີ 27 ມີນາ (ຕາມເວລາອາເມລິກາ), ເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງຂອງ ວໍຊິງຕັນວ່າ ດ້ວຍການຮັບຮອງພູພຽງ Golan ແມ່ນສ່ວນໜຶ່ງຂອງດິນແດນ ອິດສະລາແອັນ. ທ່ານ Francois Delattre ເອກອັກຄະລັດຖະທູດ ຝລັ່ງ ປະຈຳສະຫະປະຊາຊາດໃຫ້ຮູ້ວ່າ ກອງປະຊຸມກ່ຽວກັບການຕໍ່ກຳນົດເວລາການເຄື່ອນໄຫວຂອງກຳລັງນັກສັງເກດການບໍ່ແຊກແຊງສະຫະປະຊາຊາດຢູ່ Golan (UNDOF) ໄດ້ຫັນປ່ຽນຈາກການປຶກສາຫາລືປິດລັບໄປສູ່ການປຶກສາຫາລືເປີດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງ ຊີຣີ. ສະພາຄວາມໝັ້ນຄົງສະຫະປະຊາຊາດຄາດວ່າຈະບໍ່ອອກຖະແຫຼງການທີ່ ກ່ຽວກັບຂໍ້ຕົກລົງດັ່ງກ່າວຂອງອາເມລິກາຍ້ອນວ່າເອກະສານສະບັບດັ່ງກ່າວຕ້ອງໄດ້ຮັບການເຫັນດີເຫັນພ້ອມຈາກທັງໝົດ15 ປະເທດກຳມະການ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີອາເມລິກາ.

ກ່ອນໜ້ານັ້ນ ໃນວັນທີ 26 ມີນາ, ລັດຖະບານ ຊີຣີ ໄດ້ສົ່ງຈົດໝາຍເຖິງຝລັ່ງຊຶ່ງເປັນປະເທດທີ່ພວມດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ເພື່ອສະເໜີໃຫ້ອົງການນີ້ຈັດຕັ້ງກອງປະຊຸມດ່ວນ, ພ້ອມທັງເອີ້ນຂໍ້ຕົກລົງຂອງ ອາເມລິກາ ແມ່ນວ່າ ການລະເມີດ ບັນດາມະຕິຂອງ ສະຫະປະຊາຊາດ.

ໃນເຫດການທີ່ກ່ຽວຂ້ອງ, ສະຫະພາບເອີລົບ(EU) ໄດ້ຊີ້ແຈ້ງວ່າ ບັນດາປະເທດສະມາຊິກ EU ຈະບໍ່ຮັບຮອງ ພູພຽງ Golan ແມ່ນເຂດດິນແດນ ຂອງ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ