ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການສປປ.ເກົາຫຼີ

(VOVWORLD) -ພາຍຫຼັງສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີໃນຕອນເຊົ້າຕູ່ຂອງວັນທີ 29 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ແຈ້ງໃຫ້ຊາບວ່າ, ໄດ້ຈັດກອງປະຊຸມດ່ວນເພື່ອປຶກສາຫາລືສະພາບການ. ແລະ ກໍ່ໃນວັນດຽວກັນ, ການນຳຍີ່ປຸ່ນ ແລະ ອາເມລິກາ ກໍໄດ້ມີການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບສະພາບຜັນແປຫຼ້າສຸດໃນແຫຼມ ເກົາຫຼີ ນີ້.
ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການສປປ.ເກົາຫຼີ - ảnh 1 (ພາບປະກອບ: AFP/TTXVN)

ແຈ້ງການໃຫ້ຮູ້ວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຕົກລົງຈັດກອງປະຊຸມດ່ວນໃນຕອນບ່າຍວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ) ເພື່ອແນໃສ່ປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງສປປ.ເກົາຫຼີ. ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາພາຍຫຼັງມີຄຳຮຽກຮ້ອງຂອງທັງ 3 ປະເທດ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ພຽງ 2 – 3 ຊົ່ວໂມງ ເທົ່ານັ້ນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 29 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຄູ່ຮ່ວມຕຳແໜ່ງສ.ເກົາຫຼີ Moon Jae in ໄດ້ມີການໂອ້ລົມທາງໂທລະສັບກ່ຽວກັບເຫດການດັ່ງກ່າວ. ການນຳ 2 ທ່ານສືບຕໍ່ຕຳໜິຕິຕຽນເລື່ອງສປປ.ເກົາຫຼີ ພັດທະນາໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີ, ພ້ອມທັງຖືວ່າ ບັນດາປະເພດອາວຸດເຫຼົ່ານີ້ ຈະເຮັດໃຫ້ປະເທດນີ້ຖືກປິດລ້ອມທາງດ້ານການທູດ ແລະ ເສດຖະກິດ.

        ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດຍີ່ປຸ່ນ ຢືນຢັນວ່າ, ລູກສອນໄຟຂອງພຽງຢາງ ໄດ້ຍິງໄກປະມານ 1.000 ກ.ມ, ແລ້ວກໍ່ຕົກລົງໃສ່ເຂດເສດຖະກິດພິເສດຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ