ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດວາລະປະຊຸມດ່ວນກ່ຽວກັບບັນຫາ Jerusalem

(VOVWORLD) - ຕາມຂໍ້ສະເໜີຂອງບັນດາປະເທດອາຣັບ ແລະ ມຸດສະລິມ, ວັນທີ 12 ທັນວາ, ສະມັດຊາໃຫຍ່ສະຫະປະຊາຊາດ ລວມມີ 193 ສະມາຊິກ ຈະຈັດວາລະປະຊຸມຮີບດ່ວນພິເສດເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Doland Trump
ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດວາລະປະຊຸມດ່ວນກ່ຽວກັບບັນຫາ Jerusalem - ảnh 1 (ພາບປະກອບ: Reuters)

ຮັບຮອງ Jerusalem ເປັນນະຄອນຫຼວງຂອງອິດສະຣາແອນ. ທີ່ວາລະປະຊຸມ, ສະມັດຊາໃຫຍ່ສະຫະປະຊາຊາດ ຈະປ່ອນບັດກ່ຽວກັບຮ່າງມະຕິຮຽກຮ້ອງທ່ານ Trump ຖອນຄືນຖະແຫຼງດັ່ງກ່າວ.

        ຫຼາຍປະເທດ ແລະ ອົງການຈັດຕັ້ງໃນໂລກຍັງຄົງສືບຕໍ່ອອກສຽງຕຳນິຕິຕຽນອາເມລິກາ ພາຍຫຼັງວໍຊິງຕັນ ປະຕິເສດຮ່າງມະຕິໂດຍອີຢິບ ສະເໜີ ກ່ຽວກັບທີ່ຕັ້ງດ້ານພູມສາດ Jerusalem ໃນການປ່ອນບັດຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 18 ທັນວາ.

        ໃນຖະແຫຼງການເຊິ່ງຍົກອອກມາໃນວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່ສະຫະພັນອາຣັບ Ahmed Aboul Gheit ຢືນຢັນວ່າ, ການກະທຳດັ່ງກ່າວຂອງອາເມລິກາ ຍິ່ງເຮັດໃຫ້ປະເທດນີ້ຖືກຕົກຢູ່ໂດດດ່ຽວ. ແລະ ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດອີຣານ ໄດ້ອອກຖະແຫຼງການຕຳນິຕິຕຽນການກະທຳດັ່ງກ່າວຂອງອາເມລິກາ, ຖືນີ້ແມ່ນບາດກ້າວ “ຂາດຄວາມລະມັດລະວັງ” ແລະ “ອາເມລິກາ ຂາດສະຕິເຄົາລົບບັນດາມະຕິສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ