ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບ ໄຮຕີ

(VOVWORLD) -ນອກຈາກບັນດາໜ້າທີ່ທີ່ໄດ້ຍົກອອກໃນມະຕິເລກທີ 2476 ປີ 2019 ແລ້ວ, ມະຕິເລກທີ 2547 ໄດ້ເນັ້ນໜັກເຖິງບົດບາດທີ່ຈຳເປັນຂອງສະພາແຫ່ງຊາດ ໄຮຕີ

ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບ ໄຮຕີ - ảnh 1

 ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິເລກທີ 2547(ພາບປະກອບ:TTXVN)

ວັນທີ 15 ຕຸລາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິເລກທີ 2547 ວ່າດ້ວຍການຕໍ່ກຳນົດເວລາການເຄື່ອນໄຫວຂອງຫ້ອງການໜູນຊ່ວຍຂອງສະຫະປະຊາຊາດ ປະຈຳ ໄຮຕີ (BINUH) ໄປຮອດວັນທີ 15 ຕຸລາ 2021. ມະຕິໂດຍປະເທດ ອາເມລິກາ ເປັນຜູ້ຮຽບຮຽງ ແລະ ໄດ້ຮັບບັດເຫັນດີເຫັນພ້ອມ 13 ບັດໃນຈຳນວນ 15 ບັດ. ຈີນ ແລະ ລັດເຊຍ ປ່ອນບັດຂາວ.

        ນອກຈາກບັນດາໜ້າທີ່ທີ່ໄດ້ຍົກອອກໃນມະຕິເລກທີ 2476 ປີ 2019 ແລ້ວ, ມະຕິເລກທີ 2547 ໄດ້ເນັ້ນໜັກເຖິງບົດບາດທີ່ຈຳເປັນຂອງສະພາແຫ່ງຊາດ ໄຮຕີ ແລະ ຄວາມຕ້ອງການທີ່ຈຳເປັນສຳລັບການເຈລະຈາ ເພື່ອແນໃສ່ແກ້ໄຂບັນດາສາຍເຫດກໍ່ຄວາມຂາດສະຖຽນລະພາບຢູ່ປະເທດນີ້ ຜ່ານຂອບເຂດທີ່ໝັ້ນຄົງ, ໄດ້ຮັບການຮັບຮອງຈາກບັນດາຝ່າຍ ແລະ ມຸ່ງໄປເຖິງການຈັດຕັ້ງບັນດາການເລືອກຕັ້ງນິຕິບັນຍັດຢ່າງເສລີ, ຍຸດຕິທຳ, ໂປ່ງໃສ.

        ແລະກໍ່ໃນວັນທີ 15 ຕຸລາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືກ່ຽວກັບສະພາບການ ເຢແມັນ ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ