ສະພາຄວາມໝັ້ນຄົງສະຫະປະຊາຊາດຮຽກຮ້ອງໃຫ້ທຸກຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງຢູ່ Yemen

(VOVWORLD) -ວັນທີ 05 ທັນວາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢູ່ Yemen “ຫຼຸດຜ່ອນຄວາມເຄັ່ງຕຶງ” ແລະ ກັບຄືນສູ່ໂຕະເຈລະຈາ

ສະພາຄວາມໝັ້ນຄົງສະຫະປະຊາຊາດຮຽກຮ້ອງໃຫ້ທຸກຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງຢູ່ Yemen - ảnh 1 ທ່ານອະດີດປະທານາທິບໍດີ Ali Abdullah Saleh

(ພາບ: PRI)

ໃນສະພາບ ການປະທະກັນຢູ່ປະເທດນີ້ພວມກ້າວເຂົ້າສູ່ໄລຍະເປັນບາດລ້ຽວ ພາຍຫຼັງທ່ານອະດີດປະທານາທິບໍດີ Ali Abdullah Saleh ເຖິງແກ່ມໍລະນະກຳ. ກ່າວຄຳເຫັນທີ່ກອງປະຊຸມລັບກ່ຽວກັບສະພາບການຢູ່ Yemen, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສະຫະປະຊາຊາດ Koro Bessho ໃຫ້ຮູ້ວ່າ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງ, ສືບຕໍ່ເຂົ້າຮ່ວມ ແລະ ພົບປະໂດຍບໍ່ມີເງື່ອນໄຂເຂົ້າໃນວິວັດທະນາການດ້ານການເມືອງ ໂດຍສະຫະປະຊາຊາດເປັນຜູ້ລິເລີ່ມ, ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວ.

        ກໍ່ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ “ກ່າວປະນາມຢ່າງຮຸນແຮງ” ບັນດາເຫດບຸກໂຈມຕີດ້ວຍລູກຈະຫຼວດແນໃສ່ຊະອຸດີ ອາຣາເບຍ.

ຕອບກັບ

ຂ່າວ/ບົດ​ອື່ນ