ສະພາຄວາມໝັ້ນຄົງສ.ເກົາຫຼີ ຈັດກອງປະຊຸມກ່ຽວກັບບັນຫາສປປ.ເກົາຫຼີ

(VOVWORLD) -ບັນດາຂໍ້ຕົກລົງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄວນໄດ້ຮັບການປະຕິບັດດ້ວຍທຸກວິທີ
ສະພາຄວາມໝັ້ນຄົງສ.ເກົາຫຼີ ຈັດກອງປະຊຸມກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 18 ມິຖຸນາ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ໃນກອງປະຊຸມປະຈຳອາທິດຂອງສະພາຄວາມໝັ້ນຄົງແຫ່ງຊາດ (NSC), ບັນດາເຈົ້າໜ້າທີ່ຄວາມໝັ້ນຄົງແຖວໜ້າຂອງປະເທດນີ້ ໄດ້ປຶກສາຫາລືກ່ຽວກັບບັນດາຄວາມເຄັ່ງຕຶງທີ່ປິນຂັ້ນໄດກັບສປປ.ເກົາຫຼີ ພິເສດແມ່ນໄດ້ຕິດຕາມກວດກາວຽກງານປ້ອງກັນກອງທັບສ.ເກົາຫຼີ. NSC ໄດ້ຢືນຢັນຄືນໃໝ່ທັດສະນະຂອງເຊີອູນ ທີ່ວ່າ, ບັນດາຂໍ້ຕົກລົງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄວນໄດ້ຮັບການປະຕິບັດດ້ວຍທຸກວິທີ ແລະ ເຫັນດີສືບຕໍ່ມີຄວາມມານະພະຍາຍາມເພື່ອແນໃສ່ສະກັດກັ້ນບໍ່ໃຫ້ຄວາມເຄັ່ງຕຶງປິນຂັ້ນໄດຫຼາຍກວ່ານີ້ອີກໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ