ສະ​ພາ​ຕ່ຳ ລັດ​ເຊຍ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ຍົກ​ເລີກ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍ ຢ່າ​ງຮອບ​ດ້ານ

(VOVWORLD) -  ຊື່ຂອງກົດໝາຍສະຫະລັດ “ວ່າດ້ວຍການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ” ກໍໄດ້ປ່ຽນມາເປັນ “ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ”.
ສະ​ພາ​ຕ່ຳ ລັດ​ເຊຍ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​​ຍົກ​ເລີກ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍ ຢ່າ​ງຮອບ​ດ້ານ - ảnh 1ວາລະປະຊຸມຄົບຄະນະຂອງສະພາຕ່ຳ ລັດເຊຍ  (ພາບ: AFP/TTXVN)

ວັນທີ 18 ຕຸລາ, ຢູ່ວາລະປະຊຸມຄົບຄະນະ, ສະພາຕ່ຳ ສະຫະພັນ ລັດເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍເລື່ອງ ລັດເຊຍ ຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ (CTBT). ເອກະສານສະບັບນີ້ ໄດ້ຍົກເລີກມາດຕາທີ 1 ຂອງກົດໝາຍດັ່ງກ່າວ, ໃນນັ້ນໄດ້ ກຳນົດກ່ຽວກັບ ການໃຫ້ສັດຕະຍາບັນສົນທິສັນຍາ ໂດຍ ລັດເຊຍ ລົງນາມຢູ່ ນິວຢອກ (ອາເມລິກາ) ໃນວັນທີ 24 ກັນຍາ 1996.

        ຊື່ຂອງກົດໝາຍສະຫະລັດ “ວ່າດ້ວຍການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ” ກໍໄດ້ປ່ຽນມາເປັນ “ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ”.

        ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ຜູ້ນຳໜ້າກຳມາທິການການຕ່າງປະເທດ ຢູ່ສະພາຕ່ຳ ລັດເຊຍ, Leonid Slutsky ເນັ້ນໜັກວ່າ ລັດເຊຍ ບໍ່ເຂົ້າຮ່ວມການໃຫ້ສັດຕະຍາບັນສົນທິສັນຍາ ແລະ ກຽມພ້ອມຈະປະຕິບັດການກະທຳທີ່ເໝາະສົມ ເພື່ອປະກອບສ່ວນຮັກສາຄວາມໝັ້ນຄົງທົ່ວໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ