ສະພາຕຳ່ອາເມລິກາຍູ້ໄວວິວັດການເຈລະຈາTPP

ສະພາຕຳ່ອາເມລິກາຍູ້ໄວວິວັດການເຈລະຈາTPP - ảnh 1
(ພາບປະກອບ)

(vovworld) – ​ເພື່ອ​ຍູ້​ໄວ​ວິວັດ​ການເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າ​ມປາຊີ​ຟິກ (TPP), ວັນ​ທີ 10/6, ສະພາ​ຕຳ່​ອາ​ເມ​ລິ​ກາ ປະກາດ​ຈະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ມອບ​ສິດ​ເຈລະຈາ​ໃຫ້​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama. ປະທານສະພາ​ຕຳ່​, ສະມາຊິກ​ລັດຖະສະພາພັກສາ​ທາ​ລະນະ John Bochner, ​ໃຫ້​ຮູ້​ວ່າ, ດ້ວຍ​ການ​ປະ​ນິປະນອມທີ່​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ຜູ້​ຮ່ວມ​ງານ​ພັກ​ປະຊາທິປະ​ໄຕ, ຮ່າງ​ກົດໝາຍ​ກ່ຽວ​ກັບ​ສິດ​ຊຸກຍູ້​ການ​ເຈລະຈາ (TPA), ຈະ​ຖືກ​ນຳ​ມາ​ປ່ອນ​ບັດ​ຕໍ່​ສະພາ​ຕຳ່​ໃນ​ສັບປະດາ​ນີ້. ຖ້າສະພາ​ຕຳ່​ອາ​ເມ​ລິ​ກາ​ຮັບຮອງ​ເອົາ​. ​ນີ້​ຈະ​ແມ່ນ​ໄຊຊະນະ​ຂອງ​ອຳນາດ​ການ​ປົກຄອງ​ ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ຜູ້​ທີ່​ຖື​​ເລື່ອງ​ສິ້ນ​ສຸດTPP ກັບ 11 ຄູ່​ຮ່ວມ​ມື​ອາຊີ - ປາຊີ​ຟິກ ​ແມ່ນ​ບຸລິ​ມາ​ສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ​ຕົນ ອາຍຸ​ການ​ທີ 2 ນີ້. ຮ່າງ​ກົດໝາຍ​ນີ້ ມອບ​ສິດ​ເຈລະຈາ ​ແລະ ຂໍ້​ຕົກລົງ​ທັງ​ໝົດ​ຂອງ TPP ​ໃຫ້​ທຳນຽບຂາວ. ພາຍຫຼັງ​ການ​ເຈລະຈາ​ສຳ​ເລັດ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ພຽງ​ແຕ່​ມີ​ສິດ​ໃຫ້​ສັດຕະຍາບັນ ຫຼື ປະຕິ​ເສດ​ເທົ່າ​ນັ້ນ, ຫາກ​ບໍ່​ມີ​ສິດ​ປັບປຸງ​ບັນດາ​ຂໍ້​ມາດຕາ​ທີ່​ໄດ້​​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ.

ຂ່າວ/ບົດ​ອື່ນ