ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍຮັດແໜ້ນໂຄງການຍົກເວັ້ນວີຊາ

ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍຮັດແໜ້ນໂຄງການຍົກເວັ້ນວີຊາ - ảnh 1
(ພາບປະກອບ)

(vovworld) – ​ ​ ​ ດ້ວຍ 407 ບັດ​ສະໜັບສະໜູນ ​ແລະ 19 ບັດ​ຄ້ານ, ສະພາ​ຕ່ຳ ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍການ​ດັດ​ປັບ​ໂຄງການ​ຍົກ​ເວັ້ນວີ​ຊາ​ປີ 2015 ​ເພື່ອ​ແນ​ໃສ່​ຮັດກຸມ​ບັນດາ​ຂໍ້ກຳນົດ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ອາ​ເມ​ລິ​ກາ ສຳລັບ​ພົນລະ​ເມືອງ​ຈາກ 38 ປະ​ເທດ ພວມ​ໄດ້​​ຮັບ​ການຍົກ​ເວັ້ນວີ​ຊາ​ຂອງ​ປະ​ເທດ​ນີ້. ຮ່າງ​ກົດໝາຍ, ​ເຄີຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ຂອງທ່ານ​ປະທານາທິບໍດີ Barack Obama ນັ້ນ ຈະ​ສະກັດ​ກັ້ນ​ບັນດາ​ເປົ້າ​ໝາຍ​ທັງ​ໝົດ ທີ່​ເຄີຍ​​ມາ ອີຣັກ, ຊີຣີ, ອີຣານ ແລະ ຊູດານ ໃນຮອບ​ເວລາ 5 ປີຄືນ​ຫລັງ. ກົດໝາຍໃໝ່ ກໍຮຽກຮ້ອງການນຳໃຊ້ປັດສະປໍເອເລັກໂຕນິກສຳລັບ 38 ປະເທດດັ່ງກ່າວ. ພ້ອມທັງ ຮຽກຮ້ອງບັນດາປະເທດນີ້ມີຄວາມຮັບຜິດຊອບເພີ່ມທະວີການກວດກາຊີວະປະຫວັດຫຍໍ້ ແລະ ກວດກາຂໍ້ມູນຂອງອົງການຕຳຫລວດສາກົນ (Interpol) ສຳ​ລັບ​ພົນລະ​ເມືອງ​ຂອງ​ປະ​ເທດ​ຕົນ​ເອງ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້ ​ເຂົາ​ເຈົ້າ​ບໍ່​ມີ​ການ​ຕິດ​ຕໍ່​ພົວພັນ​ກັບ​ການກຸ່ມ​ກໍ່​ການ​ຮ້າຍ. ປະຈຸ​ບັນ ສະພາ​ສູງ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ມີ​ແຜນການ​ກ່ຽວ​ກັບ​​ເລື່ອງດຳ​ເນີນ​ການປ່ອນ​ບັດ​​ໃຫ້ຮ່າງ​ກົດໝາຍ​ນີ້​ເທື່ອ.

 

 

ຂ່າວ/ບົດ​ອື່ນ