ສະພາບການຢູ່ຊີຣີດຶງດູດຄວາມສົນໃຈຂອງການນຳໂລກຫລາຍທ່ານ

(VOVWORLD) -ວັນທີ 25 ພະຈິກ, ຮອງທູດພິເສດ ສະຫະປະຊາຊາດ (ສປຊ) ກ່ຽວກັບຊີຣີ ທ່ານ Ramzi Ezzedine Rammi ໃຫ້ຮູ້ວ່າ: ການເຈລະຈາກ່ຽວກັບບັນຫາຊີຣີ ຈະມາເຖິງ ຢູ່ ເຊີແນວ ໂດຍ ສປຊ ອຸດຫນູນ ຈະສຸມໃສ່ເຂົ້າໃນບັນຫາການເລືອກຕັ້ງ ແລະ ລັດຖະທຳມະນູນ. 

ສະພາບການຢູ່ຊີຣີດຶງດູດຄວາມສົນໃຈຂອງການນຳໂລກຫລາຍທ່ານ - ảnh 1 ບັນດາຜູ້ແທນເຂົ້າຮ່ວມການເຈລະຈາກ່ຽວກັບບັນຫາຊີຣີ

ພາບ:vietnam+

ນີ້ຈະແມ່ນສອງບັນຫາສຳຄັນໃນ 4 ເນື້ອໃນຊື່ງໄດ້ປຶກສາຫາລືໃນການເຈລະຈາ 8 ຄັ້ງຫວ່າງແລ້ວນີ້ ຢູ່ ເຊີແນວ. ທ່ານ Ramzi ໃຫ້ຮູ້ວ່າ: ວິວັດທະນາການການເມືອງຢູ່ ຊີຣີ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສັບສົນ, ແຕ່ ສປຊ ພວມສ້າງຍຸດທະສາດຕາມວິທີສຳຜັດເທື່ອລະກ້າວເພື່ອແກ້ໄຂບັນຫານີ້.

ໃນວັນດຽວກັນ, ທູດພິເສດ ສປຊ ກ່ຽວກັບ ຊີຣີ, Staffan de Misturaໃຫ້ຮູ້ວ່າ ຈະເຊື້ອເຊີນຄະນະຜູ້ແທນຂອງກຸ່ມຝ່າຍຄ້ານ ຊີຣີ ເຖິງ ເຊີແນວ ເພື່ອເຂົ້າຮ່ວມການເຈລະຈາໃນວັນທີ 28 ພະຈິກ.

ແລະໃນວັນທີ 25 ພະຈິກ, ປະທານາທິບໍດີ ອີຣານ, ທ່ານ Hassan Rouhani ໄດ້ເຈລະຈາກັບຄູ່ຕຳແຫນ່ງ ຊີຣີ Bashar al Assad, ໃນນັ້ນ ທ່ານຢືນຢັນວ່າ: ກອງປະຊຸມສາມຝ່າຍລະຫວ່າງ ອີຣານ, ລັດເຊຍ ແລະ ຕວກກີ ຢູ່ ນະຄອນ Sochi ຂອງລັດເຊຍ ຜ່ານມາ ແມ່ນບາດກ້າວເດີນອັນຖືກຕ້ອງຕໍ່ອະນາຄົດຂອງ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ