ສະພາບການເຂດ ກາຊາ ສືບຕໍ່ເກີດຄວາມເຄັ່ງຕຶງ ຍ້ອນເຫດບຸກໂຈມຕີທາງອາກາດ

ສະພາບການເຂດ ກາຊາ ສືບຕໍ່ເກີດຄວາມເຄັ່ງຕຶງ ຍ້ອນເຫດບຸກໂຈມຕີທາງອາກາດ - ảnh 1
ຄວາມ​ເຄັ່ງ​ຕືງຢູ່​ເຂດ ກາ​ຊາ​ສືບ​ຕໍ່​ປີນ​ຂັ້ນ​ໄດ
ພາບ:Reuters

(vovworld) - ຄວາມ​ເຄັ່ງ​ຕືງຢູ່​ເຂດ ກາ​ຊາ​ສືບ​ຕໍ່​ປີນ​ຂັ້ນ​ໄດ​ໃນ​ວັນ​ທີ 24/10 ພາຍຫລັງ​ບັນດາ​ກຸ່ມ​ປະກອບ​ອາວຸດ Palextin ​ຍິງ​ລູກ​ຈະ​ຫລວດ​ກວ່າ 70 ຫນ່ວຍ​ເຂົ້າ​ພາກ​ໃຕ້ Ixraen ​ແລະ ປະ​ເທດ​ນີ້​ໂຕ້​ຕອບ​ດ້ວຍ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຂົ້າ​ເຈດ ກາຊາ ຊຶ່ງ​ເຮັດ​ໃຫ້​ມື​ປືນ 4 ຄົນ​ເສຍ​ຊີວິດ. ຕາມ​ສຳນັກ​ຂ່າວສານ AFP ​ແລ້ວ,​ ການ​ປະ​ທະ​ກັນ​ລະຫວ່າງ​ສອງ​​ຝ່າຍ​​ເກີດ​ຂຶ້ນ​ແຕ່​ຕອນ​ຄຳ່​ວັນ​ທີ 23/10 ພາຍຫລັງ​ກະສັດ Cata Hamad bin Khalifa al Thani ສິ້ນ​ສຸດ​ການ​ຢ້ຽມຢາມ​​ເຂດ ກາຊາ. ຕອນ​ເຊົ້າ​ວັນ​ດຽວ​ກັນ, Ixraen ​ໄດ້​ບຸກ​ໂຈມ​ຕີ​ເຂົ້າ​ນະຄອນ Rafah ​ເພື່ອ​ ໂຕ້ຕອບ​ ​ບັນດາ​ບັ້ນ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຈາກ​ເຂດ ກາຊາ ​ຊຶ່ງ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ. ຕາມ​ກອງທັບ Ixraen ​ແລ້ວ,​ ນັບ​ແຕ່​ຄຳ່​ຄືນ​ວັນ​ທີ 23/10,​ ກາຊາ​ໄດ້​ຍິງ​ລູກ​ຈະ​ຫລວດ​ທັງ​ໝົດ 72 ລູກ​​ໃສ່​ເຂດ​ດິນ​ແດນປະ​ເທດ​ນີ້. ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ Ixraen  Ehud Barak ຖະ​ແຫລ​ງວ່າ, ກຳລັງ​ປ້ອງ​ກັນ​ຂອງ Ixraen ຈະ​ມີ​ບັນດາ​ການ​ກະທຳ​ທີ່​ຈຳ​ເປັນ​ເພື່ອ​ສະກັດ​ກັ້ນ​ບັ້ນ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຈາກ​ເຂດ ກາຊາ.

 

ຂ່າວ/ບົດ​ອື່ນ