ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 1 ເມສາ (ຕາມເວລາ UTC),ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 488,1 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 6,16 ລ້ານຄົນ. 
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ:TTXVN

ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 81,7 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ວັນທີ 31 ມີນາ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ຄາດຄະເນວ່າ ລະດັບຮ້າຍແຮງຂອງ ໂລກລະບາດໂຄວິດ - 19 ໃນທົ່ວໂລກຈະຫຼຸດລົງຕາມການເວລາ. ໃນກອງປະຊຸມທີ່ຈັດຂຶ້ນຢູ່ ເຊີແນວ (ສະວິດ), WHO ໄດ້ຍົກອອກການດັດປັບຍຸດທະສາດ ເຊິ່ງທຸກປະເທດຄວນປະຕິບັດເພື່ອແນໃສ່ລົບລ້າງປັດໄຈທີ່ສົ່ງຜົນກະທົບຕໍ່ການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2, ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ຍົກເລີກສະພາບການສຸກເສີນທົ່ວໂລກກ່ຽວກັບການແພດ.

  ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 31 ມີນາ ຫາເວລາ 16 ໂມງຂອງວັນທີ 1 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 72.556 ຄົນ, ມີ 87.463 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 33 ຄົນເສຍຊີວິດ. ກ່ຽວກັບສະພາບການສັກວັກຊິນ, ໄລ່ຮອດຕອນບ່າຍວັນທີ 1 ເມສາ, ທົ່ວປະເທດໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 206,3 ລ້ານໂດຍ, ສຳເລັບເຂັມທີ 3 ໄດ້ສັກເກືອບ 50 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ