ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 10 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 204 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 4,3 ລ້ານຄົນ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພະນັກງານການແພດສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ:  welt.de)

ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 10 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.241 ຄົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 228.135 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 80.348 ຄົນ.

ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 9 ສິງຫາ, ມີວັກຊິນກັນໂຄວິດ - 19 ເກືອບ 600.000 ໂດສ ໄດ້ຮັບການສັກ, ອັນໄດ້ຍົກຍອດຈຳນວນວັກຊິນໄດ້ຮັບການສັກຂຶ້ນເຖິງເກືອບ 10 ລ້ານໂດສ.

ສ່ວນຢູ່ໃນໂລກ ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 204 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 4,3 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 36,7 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 634.000 ຄົນ.

ຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນລະຫວ່າງວັນທີ 3 – 9 ສິງຫາ ອິນໂດເນເຊຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 224.000 ຄົນ ແລະ ມີຜູ້ເສຍຊີວິດ ເກືອບ 12.500 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ