ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ

(VOVWORLD) -ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1 ຄົນ. 

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 00 ນາທີ ຂອງວັນທີ 27 ທັນວາ (ຕາມເວລາ UTC), ໃນທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອທັງໝົດ  80.675.736 ຄົນ, ໃນນັ້ນ ມີ 1.764.185 ຄົນເສຍຊີວິດ.

ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 19.400.495 ຄົນ ແລະ 339.757 ຄົນເສຍຊີວິດ. ຖັດຈາກນັ້ນ ແມ່ນ ອິນເດຍ, ບຣາຊິນ. ນອກຈາກນັ້ນ ຍັງມີ 5 ປະເທດ ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 2 ລ້ານຄົນ ເຊິ່ງລວມມີ ລັດເຊຍ, ຝລັ່ງ, ອັງກິດ, ຕວັກກີ ແລະ ອີຕາລີ. ບັນດາປະເທດຄື ແອັດສະປາຍ, ເຢຍລະມັນ, ອາກຊັງຕິນ, ໂກລົມເບຍ, ເມັກຊີໂກ, ໂປໂລຍ, ອີຣານ, ຢູແກຼນ ແລະ ເບຣູ ລ້ວນແຕ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 1 ລ້ານຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ - ảnh 1ສະຖານທີ່ແຍກຕົວຂອງຜູ້ຕິດເຊື້ອໃນຢູ່ແຂວງ ຫວິງລອງ (ພາບ: VOV)

ສະເພາະຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງ ຂອງວັນທີ 25 ທັນວາ ຫາ 18 ໂມງຂອງວັນທີ 26 ທັນວາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1 ຄົນ, ເຊິ່ງເປັນຄົນເຂົ້າເມືອງຢ່າງຜິດກົດໝາຍ ແລະ ໄດ້ແຍກຕົວຢູ່ ຫວິງລອງ ໃນທັນທີ. ເປັນອັນວ່າ, ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1.440 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ