ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ.

(VOVWORLD) -ຕາມເວັບໄຊສະຖິຕິ wordometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ເມສາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອທັງໝົດເກືອບ 500 ລ້ານຄົນ, ໃນນັ້ນມີ 6,2 ລ້ານຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກ່ວາ 448 ລ້ານຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ. - ảnh 1ພາບປະກອບ: VOV

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 155.000 ຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ມາຮອດປັດຈຸບັນ ອາເມລິກາມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກ່ວາ 82 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1 ລ້ານຄົນ. ອິນເດຍຢືນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອ (ກ່ວາ 42 ລ້ານຄົນ) ແລະ ບຣາຊິນ ຢືນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ (ກ່ວາ 661.000 ຄົນ).

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 10 ເມສາ ຫາເວລາ 16 ໂມງຂອງວັນທີ 11 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 23.184 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີຕື່ມອີກແມ່ນ 22.400 ຄົນ ແລະ 17 ຄົນເສຍຊີວິດ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດກ່ວາ 10,25 ລ້ານຄົນ ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິເກືອບ 8,56 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ