ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 26 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 443.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ:  AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 29 ມັງກອນ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 102 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2,1 ລ້ານຄົນ.

        ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 26 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 443.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ອົງການອະນາໄມໂລກ (WHO) ໄດ້ກ່າວເຕື່ອນວ່າ ປັດຈຸບັນ ເຊື້ອໄວຣັດ SARS – CoV -2 ສາຍພັນໃໝ່ ພວມແຜ່ລາມຢູ່ອາຟຼິກກາ ອາດຈະສ້າງກະແສໂລກລະບາດໂຄວິດ - 19 ຄັ້ງທີ 2 ທີ່ແກ່ຍາວຢູ່ທີ່ນີ້ ກໍ່ໃຫ້ເກີດຄວາມສ່ຽງເຮັດໃຫ້ລະບົບສາທາລະນະສຸກຢູ່ ທະວີບນີ້ ຖືກຢຸດສະຫງັກ.

ຕອບກັບ

ຂ່າວ/ບົດ​ອື່ນ