ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ-19 ໃນ​ທົ່ວ​ໂລກ

(VOVWORLD) -ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ອິນເດຍ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ-19 ໃນ​ທົ່ວ​ໂລກ - ảnh 1ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 (ພາບ: Reuters)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9ໂມງເຊົ້າວັນທີ 20 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ປັນຈຳນວນ 14.640.375 ຄົນ ແລະ ມີ 608.857 ຄົນເສຍຊີວິດ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ອິນເດຍ.

ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ວັນທີ 20 ກໍລະກົດ, ລັດເຊຍ ແຈ້ງໃຫ້ຊາບວ່າ: ໄດ້ສຳເລັດການທົດລອງວັກຊີນກັນພະຍາດໂຄວິດ-19 ໃນ ກຸ່ມຜູ້ອາສາສະໝັກທີສອງ ແລະ ແມ່ນ ກຸ່ມສຸດທ້າຍລວມມີ 20 ຄົນ. ຄາດວ່າ ວັກຊີນກັນພະຍາດໂຄວິດ-19 ຂອງສູນຄົ້ນຄວ້າລະບາດວິທະຍາ ແລະ ຈຸນລະຊີວະວິທະຍາ ລັດເຊຍ, ອາດຈະນຳໄປຂາຍໃນທ້ອງຕະຫຼາດໃນກາງເດືອນສິງຫາ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ