ສະພາບການໃຊ້ຄວາມຮຸນແຮງຍັງຄົງ ເກີດຂຶ້ນຢູ່ ຊີຣີ

ສະພາບການໃຊ້ຄວາມຮຸນແຮງຍັງຄົງ ເກີດຂຶ້ນຢູ່ ຊີຣີ - ảnh 1
ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນຢູ່ ຊີຣີ
(ພາບ: The Nation)

(vovworld) – ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ສືບ​ຕໍ່​ເກດ​ຂຶ້ນຢູ່​ຊີຣີ ​ແລະ ສົ່ງຜົນ​ສະທ້ອນ​ເຖິງ​ຂໍ້​ຕົກລົງ​ຢຸດ​ຍິງ​ຕາມ​ແຜນການ​ສັນຕິພາບ 6 ຂໍ້​ເຊິ່ງທ່ານທູດ​ພິ​ເສດ​ລວມຂອງ​ສະຫະປະຊາ​ຊາດ ​ແລະ ສະຫະພັນ ອາຣັບ (ຫຼື AL) Kofi Annan ນຳສະ​ເໜີ. ວັນ​ທີ 2/5, ບັນດາ​ອົງການ​ຕິດຕາມ​ກວດກາ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ໃຫ້​ຮູ້​ວ່າ: ມີ​ນັກຮົບ ​ຊີຣີ ຢ່າງ​ໜ້ອຍ​ສຸດ 20 ຄົນ ​ແລະ ມື​ປືນ​ຂອງ​ທະຫານ​ແຕກ​ທັບ​ 2 ຄົນ​ຖືກ​ເສຍ​ຊີວິດ ​ໃນ​ການ​ປະ​ທະ​ກັນ​ຢູ່​ນະຄອນຫຼວງ Damascus ​ແລະ ​ແຂວງ​ທາງ​ພາກ​ເໜືອ Aleppo. ​ແລະກໍ​ໃນ​ວັນ​ທີ 2/5, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ອອກ​ຖະ​ແຫຼ​ງການ​ຮັບ​ຮູ້​ວ່າ ພວກ​ກໍ່​ການ​ຮ້າຍຢູ່ ຊີຣີ ມີ​ກົນອຸບາຍ​ທຳລາຍ​ແຜນການ​ສັນຕິພາບ ​ຂອງ ທູດ​ພິ​ເສດ Annan. ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ:  ພາຍຫຼັງ​ບັນດາ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ຊີຣີ ​ແມ່ນ​ບັນດາ​ເປົ້າ​ໝາຍ​ເຄື່ອນ​ໄຫວ​ຕ້ານ​ຄວາມ​ມານະ​ພະຍາຍາມ​ສັນຕິພາບ​ຕ່າງໆ ​ເພື່ອ​ແນ​ໃສ່ ຫັນ​ສະພາບ​ການ​ພາຍ​ໃນ​ປະ​ເທດ​ເປັນ​ປົກກະຕິ ​ແລະ ຢາກ​ປ່ຽນ​ແປງ​​ລະບົບ​ການ​ເມືອງ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງຢ່າງ​ແຮງ. ​ວັນ​ທີ 2/5, ​ໂຄສົກ​ຂອງຄະນະ​ຜູ້ຕາງໜ້າສະຫະ​ປະຊາ​ຊາດ​ຢູ່ Damacus ​ໃຫ້​ຮູ້​ວ່າ​: ທ່ານ Philippe Lazzarini, ​ເຈົ້າ​ໜ້າ​ທີ່​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໄປ​ຍັງ ຊີຣີ ​ເພື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ຕ້ອງການ​ຊ່ວຍ​ເຫຼືອ​ມະນຸ​ດສະ​ທຳ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້. ຄາດ​ວ່າ, ທ່ານ Lazzarini ຈະ​ມີ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ ຊີຣີ, ປຶກສາ​ຫາ​ລື​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ ຄື ຊີ້​ນຳ​ການ​ແຈກ​ຢາຍ​​ເຄື່ອງ​ຊ່ວຍ​ເຫຼືອ.

ຂ່າວ/ບົດ​ອື່ນ