ສະພາບເຄັ່ງຕຶງຢູ່ ແຫລມ ເກົາຫລີ ອາດບໍ່ສາມາດຄວບຄຸມໄດ້

ສະພາບເຄັ່ງຕຶງຢູ່ ແຫລມ ເກົາຫລີ ອາດບໍ່ສາມາດຄວບຄຸມໄດ້ - ảnh 1
ພາບປະກອບ:internet


(vovworld) -  ວັນ​ທີ 9/4, ພາຍຫລັງ ສປປ ​ເກົາຫລີ ກ່າວ​ເຕືອນ​ບັນດາ​ອົງການ, ບໍລິສັດ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ພວມຢູ່ ສ​ເກົາຫລີ ກະກຽມ​ບັນດາ​ມາດ​ຕະການ​ຍົກຍ້າຍ​ໄປ​ເພື່ອ​ຫລີກລ້ຽງ​ຄວາມ​ສ່ຽງອາດ​ຈະ​ເກີດ​ຂຶ້ນ​ສົງຄາມ, ຫ້ອງການ​ປະທານາທິບໍ​ດີ ສ​ເກົາຫລີ Park Geun hye ​ໄດ້​ອອກ​ຖະ​ແຫລ​ງຢືນຢັນ​ວ່າ ​ເຊີ​ອູ​ນ ຖື​ຄວາມ​ກ່າວ​ເຕືອນ​ຂອງ​ພຽງ​ຢາງ​ພຽງແຕ່ແມ່ນວິທີກໍ່​ຈິດຕະສາດ​ສົງຄາມ​ເທົ່າ​ນັ້ນ. ກ່ອນ​ຫນ້າ​ນັ້ນ ທ່ານ​ນາງ ປະທານາທິບໍດີ Park Geun hye ​ໄດ​້ສະ​ແດງ​ຄວາມ​ເສຍຫວັງ​ຕໍ່ເລື່ອງ ສປປ ​ເກົາຫລີ ຖະ​ແຫລ​ງອາດ​ຈະ​ຢຸດຕິ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ Kaesong. ​ໃນ​ການ​ປະຊຸມ​ຂ່າວ​ປະຈຳ​ວັນ​ຢູ່ ປັກ​ກີ່​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໄດ້​ຢືນຢັນ​ວ່າ: ປັກ​ກີ່​ງ ບໍ່​ຢາກ​ເຫັນ​ປະຈັກ​ຕາ​ຄວາມ​ວຸ້ນວາຍ​ໃນ​ແຫລມ​ເກົາຫລີ ພ້ອມ​ທັງ​ຄັດຄ້ານ​ບໍ່​ວ່າ​ຝ່າຍ​ໃດ​ເຮັດ​ໃຫ້​ສະພາບ​ການ​ເຄ່ັງ​ຕຶງ​ຂຶ້ນ​ຕື່ມ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ  Alexander Lukashevich ​ໃຫ້​ຮູ້​ວ່າ: ຕ້ອງ​ສືບ​ຕໍ່​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ເມືອງ ​ແລະ ການ​ທູດ ​ເພາະວ່າ ນັ້ນ​ແມ່ນ​ມາດ​ຕະການ​ຫນຶ່ງ​ດຽວ​ສຳລັບ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ຄວາມ​ເຄ່ັງ​ຕຶງ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ເຫນືອເພີ່ມ​ຂຶ້ນ. ​ໃນ​ຂະນະ​ນັ້ນ ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ໄດ້​ກ່າວ​ເຕືອນວ່າສະພາບ​ການ​ເຄັ່ງ​ຕຶງ​ຢູ່ ​​ແຫລມ​ເກົາຫລີ​ອາດ​ບໍ່​ສາມາດ​ຄວບ​ຄຸມ​ໄດ້ ​ແລະ ຮຽກຮ້ອງ​ບັນດາ​ຝ່າຍ​ຕ້ອງ​ລະງັບ​ໃຈ.

 

ຂ່າວ/ບົດ​ອື່ນ