ສະພາບໂລກລະບາດໂຄວິດ-19 ໃນວັນທີ 25 ກັນຍາ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 25 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19  ກວ່າ 32.394.700 ຄົນ, ໃນນັ້ນມີຜູ້ເສຍຊີວິດ 987.065 ຄົນ.
ສະພາບໂລກລະບາດໂຄວິດ-19 ໃນວັນທີ 25 ກັນຍາ - ảnh 1(ພາບປະກອບ: AFP/TTXVN)

ປະຈຸບັນ, ອາຊີ ໄດ້ລື່ນກາຍ ອາເມລິກາເໜືອ ກາຍເປັນເຂດມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດດ້ວຍຈຳນວນ 9.935.973 ຄົນ. ປະຈຸບັນ, ເຂດ ອາເມລິກາເໜືອ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 8.567.818 ຄົນ, ຖັດຈາກນັ້ນແມ່ນເຂດອາເມລິກາໃຕ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 7.752.400 ຄົນ.

          ຢູ່ອາຊີ, ອິນເດຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ໃນນັ້ນມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 5.816.103 ຄົນ, ໃນນັ້ນມີຜູ້ເສຍຊີວິດ 92.310 ຄົນ, ຖັດຈາກນັ້ນແມ່ນອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ