ສະພາປົກຄອງອີຣານໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການຮັກສາສິດນິວເຄຼຍ

ສະພາປົກຄອງອີຣານໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການຮັກສາສິດນິວເຄຼຍ - ảnh 1
(ພາບປະກອບ:AFP/TTXVN)

(vovworld) –  ວັນ​ທີ 24/6, ສະພາປົກຄອງ ອີຣານ ​ໃຫ້​ສັດຕະຍາບັນ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສິດ​ນິວ​ເຄຼຍ, ການ​ກະທຳ​ດັ່ງກ່າວ​ຈະ​​ເປັນ​ການກີດຂວາງ​ໃຫ້​ບັນດາ​ການ​ເຈລະຈາ​​ໃນ​ປະຈຸ​ບັນ​ລະຫວ່າງ ​ເຕ​ເຮຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ອນ​ເວລາ​ກຳ​ນົດໃນ​ວັນ​ທີ 30/6. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ສະພາ​ປົກ​ຄ້ອງອີຣານ Nejatollah Ebrahimian ​ໃຫ້​ຮູ້​ວ່າ: ກົດໝາຍ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ເພື່ອ​ປຶກສາ​ຫາລື​ໂດຍ​ບັງ​ເອີນ​ແລ້ວ ​ແລະ ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ຈາກ​ບັນດາ​ສະມາຊິກ​ຂອງ​ສະພາ​ນີ້. ທ່ານ Ebrahimian ກໍ​ຢືນຢັນ​ວ່າ: ກົດໝາຍ​ນີ້​ບໍ່​ຜິດ​ກັບ​ບັນດາ​ຂໍ້​ມາດຕາ​ຂອງ​ລັດຖະທຳ​ມະນູນ.

        ຕາມ​ລັດຖະທຳ​ມະນູນ ອີຣານ ​ແລ້ວ,​ ດ້ວຍ 12 ສະມາຊິກ​ໃນ​ນັ້ນ​ມີ​ນັກ​ຊ່ຽວຊານນິຕິ​ກຳ 6 ຄົນ ​ແລະ ທະນາຍຄວາມ​ອິດສະ​ລາມ 6 ຄົນ, ສະພາ​ປົກ​ຄອງ ມີໜ້າ​ທີ່​ກວກກາ​ຄືນ​ບັນດາ​ຜູ້​ອອກ​ຮັບ​ສະໝັກ​ເລືອກ​ຕັ້ງ​ທີ່​ບັນດາ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ປະ​ທານາ​ທິບໍດີ, ຕິດຕາມ​ກວດກາ​ບັນດາ​ການ​ເລືອກ​ຕັ້ງ​ນີ້​ກໍ​ຄື​ພິຈາລະນາ ​ແລະ ​ໃຫ້​ສັດຕະຍາບັນ​ບັນດາ​ຮ່າງ​ກົດໝາຍ​ທີ່​ໄດ້ຮັບການ​ຮັບ​ເອົາຢູ່​ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ຮັບປະກັນ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ຂອງ​ສາສະໜາ​ມຸດ​ສະ​ລິ​ມ.

ຂ່າວ/ບົດ​ອື່ນ