ສະພາພົວພັນຕ່າງປະເທດ ອີຢູ ປຶກສາຫາລືບັນຫາອົບພະຍົບ ແລະ ຢູແກຼນ

ສະພາພົວພັນຕ່າງປະເທດ ອີຢູ ປຶກສາຫາລືບັນຫາອົບພະຍົບ ແລະ ຢູແກຼນ - ảnh 1
ທ່ານ​ນາງ Federica Mogherini ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ
​ປ້ອງ​ກັນ​ຄວາມ​ສະຫງົບ​ ​ແລະ ພົວພັນ​ຕ່າງປະ​ເທດ​ລວມຂອງ ອີ​ຢູ
(ພາບ: EPA/TTXVN)

(vovworld) - ​​ ວັນ​ທີ 06/02, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ສະຫະພາບ ​ເອີ​ລົບ (ອີ​ຢູ) ປຶກສາ​ຫາລື​ ບັນ​ດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່ ຢູ​ແກຼນ, ມາດ​ຕະການ​ເພື່ອ​ຫລຸດ​ຜ່ອນກະ​ແສ​ຊາວ​ອົບ​ພະຍົບ​​ຜ່ານ​ທະ​ເລ ​ເມ​ດີ​ຕາ​ເຣ​ເນ ​ໂດຍ​ຜ່ານ​ຄວາມ​ມານະ​ພະຍາຍາມ​​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ - ສັງຄົມ​ຢູ່ ລີ​ບີ, ​ພົບ​ປະເຈລະຈາ​ເປັນ​ປະຈຳ​ກັບ ອີ​ຢິບ ​ແລະ ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫລັງ​ການ​ປະ​ຊຸມ, ທ່ານ​ນາງ Federica Mogherini ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ ​ແລະ ພົວພັນ​ຕ່າງປະ​ເທດ​ລວມຂອງ ອີ​ຢູ ​ໃຫ້​ຮູ້​ວ່າ: ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄດ້​ພິຈາລະນາ​ບັນດາ​ຄວາມກ້າວໜ້າ​ທີ່​ບັນລຸ​​ໄດ້​ໃນ​ ​ການ​ຜັນ​ຂະຫຍາຍ​ໂຄງການ​ປະຕິ​ຮູບ​ຢູ່ ຢູ​ແກຼນ ​ໃນ​ປີຜ່ານມາ ກໍ່​ຄື​ຢືນຢັນ​ສືບ​ຕໍ່​ສະໜັບ​ສະ​ໜູນ​ ອີ​ຢູ ​ໃນ​ການ​ປະຕິບັດ​ຂໍ້​ຕົກ​ລົງ Minsk. ອີ​ຢູ ສືບ​ຕໍ່​ສົ່ງ​ເສີມ ຢູ​ແກຼນ ດຳ​ເນີນການປະຕິ​ຮູບຮອບດ້ານ ​ແລະ ປະຕິບັດ​ບັນດາ​ມາດ​ຕະການປະຕິ​ຮູບ​ລະບົບ​ນິຕິ​ກຳ, ກົນ​ໄກ​ເລືອກ​ຕັ້ງ, ປະຕິ​ຮູບ​ພື້ນ​ຖານບໍລິຫານ​ລັດ ​ແລະ ຕະຫລາດ​ພະລັງງານ. ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດສະ​ແດງ​ຄວາມວິຕົກ​ກັງວົນຕໍ່​ສະພາບ​ການ​ເຄັ່ງ​ຕຶງ​ທີ່ພວມ​ເກີດ​ຂຶ້ນ​ຢູ່​ ຢູ​ແກຼນ ​ຕາ​ເວັນ​ອອກ ໃນ​ຊຸມ​ວັນ​ຜ່ານ​ມາ ​ແລະ ຮຽກ​ຮ້ອງ​ບັນດາ​ຝ່າຍ​ຢຸດຕິ​ການ​ປະ​ທະ​ກັນ, ປະຕິບັດຂໍ້​ຕົກ​ລົງ Minsk ຢ່າງ​ສິ້ນ​ເຊີງ.

 

ຕອບກັບ

ຂ່າວ/ບົດ​ອື່ນ