ສະພາສູງ ກຳປູເຈຍ ຊຸດທີ 4 ຈັດກອງປະຊຸມຄັ້ງປະຖົມມະເລີກ

(VOVWORLD) - ວັນທີ 23 ເມສາ ຢູ່ພະນົມເປັນ, ສະພາສູງ ກຳປູເຈຍ ຊຸດທີ 4 ໄດ້ໄຂກອງປະຊຸມຄັ້ງປະຖົມມະເລີກຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni.
ສະພາສູງ ກຳປູເຈຍ ຊຸດທີ 4 ຈັດກອງປະຊຸມຄັ້ງປະຖົມມະເລີກ - ảnh 1 ສະພາສູງ ກຳປູເຈຍ ຊຸດທີ 4 ຈັດກອງປະຊຸມຄັ້ງປະຖົມມະເລີກ

ສະພາສູງກຳປູເຈຍໄດ້ດຳເນີນການເລືອກຕັ້ງການນຳ. ທ່ານຮອງປະທານພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ Samdech Say Chhum ໄດ້ຮັບການເລືອກຕັັ້ງເປັນປະທານສະພາສູງຊຸດທີ 4 ຄືນໃໝ່. ເຈົ້າໜ້າທີ່ຂັ້ນສູງຂອງ CPP 2 ທ່ານ ຄືທ່ານ Nay Pena ແລະ ທ່ານ Tep Ngorn ກໍ່ໄດ້ຮັບເລືອກຕັ້ງເປັນຮອງປະທານຜູ້ທີ 1 ແລະ ຮອງປະທານຜູ້ທີ 2 ຄືນໃໝ່.

        ສະພາສູງກຳປູເຈຍ ຊຸດທີ 4 ມີ 62 ທີ່ນັ່ງ, ໃນນັ້ນ 58 ທີ່ນັ່ງໄດ້ຮັບການເລືອກຕັ້ງ, 2 ທີ່ນັ່ງໂດຍ  ກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni ບົ່ງຕົວ ແລະ 2 ທີ່ນັ່ງຍັງເຫຼືອໂດຍສະພາແຫ່ງຊາດເລືອກຕັ້ງ. ສະພາສູງກຳປູເຈຍ ມີອາຍຸການ 6 ປີ, ເຊິ່ງແມ່ນອົງການນິຕິບັນຍັດມີສິດຕັດສິນສຳລັບບັນດາເອກະສານນິຕິທຳຂອງສະພາແຫ່ງຊາດ ກ່ອນທີ່ຈະຍື່ນສະເໜີຕໍ່ກະສັດລົງນາມຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ