ສະພາສູງ ລັດເຊຍ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມທົດລອງນິວເຄຼຍ ຮອບດ້ານ

(VOVWORLD) - ສະມາຊິກທັງໝົດຂອງສະພາລວມມີ 156 ທ່ານ ໄດ້ປ່ອນບັດສະໜັບສະໜູນຮ່າງກົດໝາຍສະບັບນີ້. ເອກະສານອ້າງອີງຂອງຮ່າງກົດໝາຍໄດ້ຊີ້ແຈ້ງວ່າ ເອກະສານສະບັບນີ້ມີຈຸດປະສົງນຳປະເທດ ລັດເຊຍ ກັບຄືນສູ່ທີ່ຕັ້ງບົດບາດດຸນດຽງໃນການຄວບຄຸມອາວຸດ.
ສະພາສູງ ລັດເຊຍ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມທົດລອງນິວເຄຼຍ ຮອບດ້ານ - ảnh 1(ພາບປະກອບຈາກ Kurir/TTXVN)

ໃນກອງປະຊຸມຄົບຄະນະໃນວັນທີ 25 ຕຸລາ, ສະພາສະຫະພັນ ລັດເຊຍ (ສະພາສູງ) ໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງກົດໝາຍຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມນິວເຄຼຍຮອບດ້ານ (CTBT).

        ສະມາຊິກທັງໝົດຂອງສະພາລວມມີ 156 ທ່ານ ໄດ້ປ່ອນບັດສະໜັບສະໜູນຮ່າງກົດໝາຍສະບັບນີ້. ເອກະສານອ້າງອີງຂອງຮ່າງກົດໝາຍໄດ້ຊີ້ແຈ້ງວ່າ ເອກະສານສະບັບນີ້ມີຈຸດປະສົງນຳປະເທດ ລັດເຊຍ ກັບຄືນສູ່ທີ່ຕັ້ງບົດບາດດຸນດຽງໃນການຄວບຄຸມອາວຸດ. ເອກະສານກໍ່ເນັ້ນໜັກວ່າ ກົດໝາຍສະບັບນີ້ອະນຸຍາດໃຫ້ ລັດເຊຍ ລົບລ້າງເອກະສານໃຫ້ສັດຕະຍາບັນສົນທິສັນຍາ, ໃນຂະນະທີ່ຍັງແມ່ນຝ່າຍໜຶ່ງຂອງສົນທິສັນຍາ ດ້ວຍສິດ ແລະ ພັນທະກ່ຽວຂ້ອງທີ່ສົມບູນ.

        ສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ ໂດຍລັດເຊຍ ລົງນາມ ຢູ່ ນິວຢອກ (ປະເທດ ອາເມລິກາ) ໃນວັນທີ 24 ກັນຍາ 1996 ແລະ ໃຫ້ສັດຕະຍາບັນໃນວັນທີ 27 ພຶດສະພາ 2000. ນີ້ແມ່ນເຄື່ອງມືດ້ານນິຕິກຳສາກົນພື້ນຖານເພື່ອຢຸດຕິທຸກການເຄື່ອນໄຫວທົດລອງນິວເຄຼຍ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ສົນທິສັນຍາສະບັບນີ້ຍັງບໍ່ມີຜົນສັກສິດເທື່ອ, ຍ້ອນ 8 ໃນຈຳນວນ 88 ປະເທດທີ່ມີອາວຸດນິວເຄຼຍ ຫຼື ມີຄວາມສາມາດຜະລິດອາວຸດນິວເຄຼຍ ບໍ່ທັນໄດ້ໃຫ້ສັດຕະຍາບັນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ