ສະພາສູງ ອາເມລິກາ ປະຕິເສດຂໍ້ສະເໜີປ່ຽນແທນ Obamacare ໃນ 2 ປິ

(VOVWORLD) - ວັນທີ 26 ກໍລະກົດ, ສະພາສູງ ອາເມລິກາ ປະຕິບັດອີກຄັ້ງໜຶ່ງຕໍ່ຮ່າງກົດໝາຍສົ່ງເສີມສຸຂະພາບ ອາເມລິກາ (AHCA) ໂດຍພັກສາທາລະນະອຸປະຖຳ ແນໃສ່ປ່ຽນແທນໂຄງການສົ່ງເສີມສຸຂະພາບໃຫ້ເໝາະສົມກັບສະພາບຕົວຈິງ (Obamacare) ເຊິ່ງມີແຕ່ສະໄໝອະດີດປະທານາທິບໍດີ Barack Obama. 
ສະພາສູງ ອາເມລິກາ ປະຕິເສດຂໍ້ສະເໜີປ່ຽນແທນ Obamacare ໃນ 2 ປິ - ảnh 1 (ພາບປະກອບ/Reuters)

ດ້ວຍບັດສະໜັບສະໜູນ 45 ບັດ ແລະ ບັດຄ້ານ 55 ບັດ, ບັນດາສະມາຊິກສະພາສູງ ໄດ້ປະຕິເສດຮ່າງກົດໝາຍ ໂດຍສະມາຊິກສະພາສູງພັກສາທາລະນະລັດ Rand Paul ຍື່ນສະເໜີ, ໃນນັ້ນ ຂໍ້ສະເໜີ Obamacare ຈະໝົດອາຍຸຜົນສັກສິດໃນ 2 ປີ ແລະ ບັນດານັກສ້າງກົດໝາຍ ອາເມລິກາ ຈະສ້າງຮ່າງກົດໝາຍໜຶ່ງ ເພື່ອປ່ຽນແທນ Obamacare ໃນໄລຍະນີ້. ດັ່ງນັ້ນ, ໃນເວລາບໍ່ຮອດ 24 ຊົ່ວໂມງ ນັບແຕ່ເມື່ອຮ່າງກົດໝາຍ AHCA ຖືກຍົກອອກມາໂຕ້ເວທີຢູ່ສະພາສູງ, ນີ້ເປັນເທື່ອທີ 2 ທີ່ບັນດານັກສ້າງກົດໝາຍ ອາເມລິກາ ປ່ອນບັດຄັດຄ້ານບັນດາຮ່າງກົດໝາຍທີ່ປ່ຽນແທນໂຄງການ Obamacare.

ຕອບກັບ

ຂ່າວ/ບົດ​ອື່ນ