ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ ຮ່​າງ​ກົດ​ໝາຍ​ວ່າ​ດ້ວຍ​ລາຍ​ຈ່າຍ ​ລັດ​ຖະ​ບານ

(VOVWORLD) -ບັນດາການນຳສະພາຕ່ຳ ແລະ ສະພາສູງໄດ້ມານະພະຍາຍາມຊຸກຍູ້ການຮັບຮອງຮ່າງກົດໝາຍ ແລະ ຍື່ນສະເໜີຕໍ່ທ່ານປະທານາທິບໍດີ Joe Biden ໃນທ້າຍອາທິດນີ້ ເພື່ອຮັບປະກັນບັນດາການເຄື່ອນໄຫວ ຂອງລັດຖະບານເພື່ອບໍ່ໃຫ້ຂາດວັກຂາດຕອນ
ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ ຮ່​າງ​ກົດ​ໝາຍ​ວ່າ​ດ້ວຍ​ລາຍ​ຈ່າຍ ​ລັດ​ຖະ​ບານ - ảnh 1ຫໍລັດຖະສະພາ ຂອງ ອາເມລິກາ (ພາບ: THX/TTXVN)

ວັນທີ 22 ທັນວາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ານລາຍຈ່າຍຂອງລັດຖະບານ ທີ່ມີມູນຄ່າ 1.660 ຕື້ USD ແລະ ສົ່ງໄປຍັງສະພາຕ່ຳ ເພື່ອຮັບຮອງ ກ່ອນທີ່ຈະຍື່ນສະເໜີຕໍ່ປະທານາທິບໍດີ ອາເມລິກາ Joe Biden ເຊັນໃຫ້ອະນຸມັດຜ່ານ ເພື່ອຫຼີກລ້ຽງຄວາມສ່ຽງ ລັດຖະບານ ອາເມລິກາ ຕ້ອງປິດປະຕູສ່ວນໜຶ່ງ. ຮ່າງກົດໝາຍສະບັບດັ່ງກ່າວໄດ້ສະໜອງບ້ວງງົບປະມານຊ່ວຍເຫຼືອກອງທັບ ແລະ ບັນດາອົງການປອດການທະຫານ ຂອງ ອາເມລິກາ ເພື່ອຮັກສາການເຄື່ອນໄຫວຮອດວັນທີ 30 ກັນຍາ ປີ 2023, ພ້ອມທັງສະໜອງບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 44,9 ຕື້ USD ໃຫ້ແກ່ຢູແກຼນ. ບັນດາການນຳສະພາຕ່ຳ ແລະ ສະພາສູງໄດ້ມານະພະຍາຍາມຊຸກຍູ້ການຮັບຮອງຮ່າງກົດໝາຍ ແລະ ຍື່ນສະເໜີຕໍ່ທ່ານປະທານາທິບໍດີ Joe Biden ໃນທ້າຍອາທິດນີ້ ເພື່ອຮັບປະກັນບັນດາການເຄື່ອນໄຫວ ຂອງລັດຖະບານເພື່ອບໍ່ໃຫ້ຂາດວັກຂາດຕອນ. ຖ້າຮ່າງກົດໝາຍສະບັບດັ່ງກ່າວບໍ່ໄດ້ຮັບການຮັບຮອງ, ລັດຖະບານ ຈະບັງຄັບຕ້ອງປິດປະຕູສ່ວນໜຶ່ງນັບແຕ່ວັນທີ 24 ທັນວາ ແລະ ການເຄື່ອນໄຫວກໍ່ອາດຈະຂາດວັກຂາດຕອນພາຍຫຼັງພັກສາທາລະຂຶ້ນກຳອຳນາດຄວບຄຸມສະພາຕ່ຳນັບແຕ່ວັນທີ 3 ມັງກອນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ