ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍງົບປະມານໄລຍະຍາວ

(VOVWORLD) - ວັນທີ 7 ກຸມພາ, ຕາມເວລາ ອາເມລິກາ (ກົງກັບຮຸ່ງເຊົ້າວັນທີ 8 ກຸມພາ ຕາມເວລາ ຫວຽດນາມ), ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍງົບປະມານໃຫ້ໄລຍະ 5 ປີຈະມາເຖິງ, ດ້ວຍບ້ວງເງິນງົບປະມານເພີ່ມຂຶ້ນ 300 ຕື້ USD.


 ການຮັບຮອງເອົາຮ່າງກົດໝາຍສະບັບນີ້ຊ່ວຍໃຫ້ລັດຖະບານ ອາເມລິກາ ຫຼີກລ້ຽງສະພາບການຖືກປິດປະຕູຄືນໃໝ່ໃນວັນທີ 8 ກຸມພາ ເມື່ອໝົດງົບປະມານເຄື່ອນໄຫວ ແລະ ຢຸດຕິສະພາບການບໍ່ມີທາງອອກທີ່ແກ່ຍາວເປັນເວລາຫຼາຍເດືອນກ່ຽວຂ້ອງເຖິງຄວາມບໍ່ລົງລອຍກັນກ່ຽວກັບບັນດາບຸລິມະສິດລາຍຈ່າຍລະຫວ່າງບັນດາສະມາຊິກຂອງ 2 ພັກ ປະຊາທິປະໄຕ ແລະ ສາທາລະນະ. ຕາມທ່ານ Mich MCConnell, ການນຳຝ່າຍສ່ວນຫຼາຍທີ່ຢູ່ສະພາສູງຕີລາຄາວ່າ, ນີ້ແມ່ນຮ່າງກົດໝາຍສຳຄັນສະບັບໜຶ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທັງ 2 ພັກຍ້ອນຮ່າງກົດໝາຍສະບັບນີ້ລວມມີເລື່ອງເພີ່ມລາຍຈ່າຍໃຫ້ແກ່ການປ້ອງກັນຊາດ, ເຊິ່ງແມ່ນເປົ້າໝາຍຕົ້ນຕໍຂອງບັນດາສະມາຊິກພັກ ສາທາລະນະ ໄດ້ລໍຄອຍແຕ່ດົນນານມາແລ້ວ, ແລະ ເພີ່ມລາຍຈ່າຍໃຫ້ບັນດາໂຄງການພາຍໃນປະເທດຄືບັນດາສະມາຊິກສະພາແຫ່ງຊາດຂອງພັກປະຊາທິປະໄຕມີຄວາມມຸ່ງຫວັງ.


ຕອບກັບ

ຂ່າວ/ບົດ​ອື່ນ