ສະພາສູງ ເຢຍລະມັນ ປະຕິເສດຮ່າງກົດໝາຍທີ່ກ່ຽວຂ້ອງເຖິງເລື່ອງເນລະເທດຊາວລີ້ໄພ

ສະພາສູງ ເຢຍລະມັນ ປະຕິເສດຮ່າງກົດໝາຍທີ່ກ່ຽວຂ້ອງເຖິງເລື່ອງເນລະເທດຊາວລີ້ໄພ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 10/03 ສະພາ​ສູງ ​ເຢຍລະ​ມັນ ​ໄດ້​ປະຕິ​ເສດ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ ​ໃນ​ນັ້ນ ຈັດ ອານ​ເຊຣີ, ມາຣົກ ​ແລະ ຕູຍ​ນີຊີ ​ເຂົ້າ​ບັນຊີ​ລາຍ​ຊື່​​ແມ່ນບັນດາ​ປະ​ເທດທີ່​ມີ​ຈຸດ​ເລີ່​ມຕົ້ນ​ ​ປອດ​ໄພ. ດັ່ງ​ນັ້ນ​, ລັດຖະບານ​ກໍ່​ຄື​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ ຈະ​ຕ້ອງ​ຊອກ​ຫາ​ບັນດາ​ວິທີ​ການ​ອື່ນ​ໆ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຊາວ​ລີ້​ໄພ. ຮ່າງ​ກົດໝາຍ​ດັ່ງ​ກ່າວ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຄື່ອງມື​ ​ເພື່ອ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ ​ເຢຍລະ​ມັນ ປະຕິບັດ​ເລື່ອງ​ເນລະ​ເທດ ບັນດາ​ຜູ້​ບໍ່​ໄດ້ຮັບ​ຄວາມ​ເຫັນ​ດີ​ຕໍ່​ໃບຄຳ​ຮ້ອງ​ຂໍ​ລີ້​ໄພ​ຢ່າງ​ງ່າຍດາຍ. ຮ່າງ​ກົດໝາຍ​ດັ່ງກ່າວ ​ໄດ​້ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ຕ່ຳ ​ເຢຍລະ​ມັນ ​ເມື່ອ​ເດືອ​ນ 5/2016, ຜ່ານ​ນັ້ນ ສາມາດ​ອະນຸ​ຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ຍູ້​ໄວ​ການ​ແກ້​ໄຂ​​ໃບຄຳ​ຮ້ອງ​ຂໍ​ລີ້​ໄພຂອງ​ຜູ້​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ດັ່ງກ່າວ ​ແລະ ດຳ​ເນີນ​ການ​​ເນລະ​ເທດ​ບັນດາ​ຜູ້​ບໍ່ຮັບ​ຄວາມ​ເຫັນ​ດີ​.

 

ຕອບກັບ

ຂ່າວ/ບົດ​ອື່ນ