ສະພາສູງລັດເຊຍໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງລັດຖະບານກັບຫວຽດນາມກ່ຽວກັບແຮງງານ

ສະພາສູງລັດເຊຍໃຫ້ສັດຕະຍາບັນຂໍ້ຕົກລົງລະຫວ່າງລັດຖະບານກັບຫວຽດນາມກ່ຽວກັບແຮງງານ - ảnh 1
ຕະຫລາດຢູ່ມົດສະກູ
ພາບ:internet


(vovworld)- ​​​​ ​ ວັນ​ທີ 30/10, ສະພາ​ສູງ​ລັດ​ເຊຍ​ໄດ້​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ ລັດ​ເຊຍ ​ແລະ ລັດຖະບານ ຫວຽດນາມ ກ່ຽວກັບ​ແຮ​ງງານ​ຊົ່ວຄາວ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ​ເອກະສານ​ສະບັບ​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ​ຢູ່ ມົດ​ສະ​ກູ ​ໃນ​ວັນ​ທີ 27/10/2008 ​ ຈຸດປະສົງ​ສ້າງ​ກອບ​ກົດໝາຍ​ສາກົນ​ເພື່ອ​ປັບປຸງ​ບັນຫາ​​ແຮງ​ງານ​ຂອງ​ພົນລະ​ເມືອງ​ລັດ​ເຊຍ ​ເຮັດ​ວຽກຢູ່ຫວຽດນາມ ​ແລະ ພົນລະ​ເມືອງ ຫວຽດນາມ ​ເຮັດ​ວຽກ​ຢູ່ ລັດ​ເຊຍ. ພິເສດ ຂໍ້ຕົກລົງໄດ້ກຳນົດວິວັດການ ແລະ ຫລັກການຂອງຄົນງານເຂົ້າເມືອງ, ບັນດາບັນຫາກ່ຽວກັບ
ການເບິ່ງແຍງຂອງສັງຄົມ ແລະ ສາທາລະນະສຸກ, ອາກອນ ກໍຄືລະບອບເຂົ້າອອກເມືອງ ແລະ ການໄປມາຂອງພົນລະເມືອງສອງປະເທດ.  ກຳມາທິການການຕ່າງປະເທດ ສະພາສູງ ລັດເຊຍ ເນັ້ນຫນັກວ່າ: ການໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ ແມ່ນຕອບ​ສະຫນອງ​ສິດຜົນປະ​ໂຫຍ​ດຂອງ​ສະຫະພັນ​ລັດ​ເຊຍ, ຊ່ວຍ​ສ້າງ​ລະບົບ​ຄຸ້ມ​ຄອງ​ຄົນ​ງານ​ເຂົ້າ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ ກວ່າ​ອີກ. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 18/10, ສະພາ​ຕຳ່​ລັດ​ເຊຍ ​ກໍ​ໄດ​້​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ສະບັບ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ