ສະພາສູງອີຢິບຮັບຮອງ ເອົາກົດໝາຍ ການເລືອກຕັ້ງ ສະພາແຫ່ງຊາດ

ສະພາສູງອີຢິບຮັບຮອງ ເອົາກົດໝາຍ ການເລືອກຕັ້ງ ສະພາແຫ່ງຊາດ - ảnh 1
ສະພາ​ສູງອີ​ຢິບ​​ໄດ້​ຮັບ​ເອົາ​ສິດ​ນິຕິບັນຍັດ​ ​​ຈາກ ປະທານາທິບໍດີ Mohammed Morsi  (ພາບ: internet)


Vovworld- ສຳນັກຂ່າວສານ MENA ຂອງ​ອີ​ຢິບ​ໄດ້​ໃຫ້​ຂ່າວ​ເມື​ອ່ວັນ​ທີ 19/1 ວ່າ ສະພາ​ສູງອີ​ຢິບ​​ໄດ້ຮັບຮອງ​ເອົາ​ກົດໝາຍ​ປັບປຸງ 2 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ທີ່​ຈະ​ມາ​ເຖິງ ​ແລະ ການ​ປະຕິບັດ​ສິດ​ການ​ເມືອງ. ​ເອກະສານ 2 ສະບັບ​ດັ່ງກ່າວ ຈະ​ຖືກ​ສົ່ງ​ເຖິງ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ​ເພື່ອ​ພິຈາລະນາ​ເບິ່ງ​ວ່າ ຈະ​ສອດຄ່ອງ​ກັບ​ລັດຖະທຳ​ມະນູນທີ່​ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຫຼື​ບໍ່. ສະພາ​ສູງອີ​ຢິບ​​ໄດ້​ຮັບ​ເອົາ​ສິດ​ນິຕິບັນຍັດ​ ​ຢ່າງ​ເຕັມ​ສ່ວນ​ຈາກ ປະທານາທິບໍດີ Mohammed Morsi ໂດຍ​ຊົ່ວ​ຄາວ ນັບ​ຕັ້ງ​ແຕ່​ເດືອນ 12/2012 ຈົນ​ກ່ວາ​ເວລາ​ສະພາ​ຕ່ຳ​ໄດ້​ຮັບ​ການ​ເລືອກ​ຕັ້ງ.

 

 

 

 

ຂ່າວ/ບົດ​ອື່ນ