ສະພາສິດທິມະນຸດສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບສິດທິມະນຸດຢູ່ອີຣັກ

ສະພາສິດທິມະນຸດສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບສິດທິມະນຸດຢູ່ອີຣັກ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 01/09, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ພິ​ເສດ​ກ່ຽວ​ກັບ “ສະພາບ​ສິດທິ​ມະນຸດ​ຢູ່​ອີຣັກ ​ໃນ​ສະພາບ​ທີ່ບັນດາ​​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສະລາມ ​ແລະ ບັນດາ​ກຸ່ມ​ປະ​ກອບ​ອາວຸດອື່ນໆ​ພວມ​ລະ​ເມີດ​ສິດທິ​ມະນຸດ”, ຕາມ​ຄວາມ​ຮຽກຮ້ອງ​ຂອງ 30 ປະ​ເທດ​ສະມາຊິກ​ສະພາ​ສິດທິ​ມະນຸດ ​ແລະ 30 ປະ​ເທດ​ສັງ​ເກດ​ການ, ​ໃນ​ນັ້ນ​ມີ​ອີຣັກ. ບົດ​ລາຍ​ງານ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ສິດ​ຂອງ​ມະ​ນຸດ​ຢູ່​ບາງ​ເຂດ​ຂອງ​ອີຣັກ ຖືກ​ກຸ່ມ​ປະກອບ​ອາວຸດທີ່​ອ້າງ​ຊື່ວ່າ​​ເປັນ​ລັດ​ອິດ​ສລາມ (IS) ບຸກ​ໂຈມ​ຕີ, ຢືດຄອງ​ໃນ​ເວລາ 2 – 3 ​ເດືອນ​ມໍ່ໆ​ມາ​ນີ້ ອັນ​ໄດ້​ກໍ່​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ​ໃຫ້​ສາມັນ​ຊົນຫຼາຍ​ຄົນ.  ການ​ກະທຳ​ດັ່ງກ່າວ​ໄດ້​ລະ​ເມີດ​ສິດທິ​ມະນຸດ​ ​ແລະ ສິດ​ເສລີ​ເປັນ​ພື້ນຖານຢ່າງ​ຮ້າຍ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ສິດ​ມີ​ຊີວິດ, ສິດ​​ໄດ້​ຮັບ​ການ​ປະພຶດ​ຕໍ່​ມະນຸດສະທຳ, ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ, ສິດ​ຂອງ​ເດັກ, ຂອງ​ແມ່ຍິງ. ຄຳ​ເຫັນ​ຂອງ 30 ປະ​ເທດ​ສະມາຊິກ ​ແລະ ນັກ​ສັງ​ເກດ​ການ​ຂອງ​ສະພາ​ສິດທິ​ມະນຸດ 40 ຄົນ ລ້ວນ​ແຕ່​ກ່າວ​ປະນາມ​ບັນດາ​ການ​ກະທຳ​ຂອງ IS, ພິ​ເສດ​ແມ່ນ​ການ​ຫຼອກ​ຈັບ​ຕົວ,  ​ເປັນ​ຂ້ອຍ​ຂ້າ​ ທໍລະມານ, ປະຫານ​ຊີວິດ… ບັນດາ​ນັກ​ໂທດ ​ແລະ ສາມັນ​ຊົນ, ​ໃນ​ກໍລະນີ​ຕ່າງໆ ສາມາດກາຍ​ເປ​ັນ​​ໂທດ​ສົງ​ຄາມ, ​ໂທດ​ຕ້ານ​ມະນຸດ ​ແລະ ດັບ​ສູນ​ເຊື້ອ​ຊາດ.

ຂ່າວ/ບົດ​ອື່ນ