ສະ​ພາ​ແຫ່ງຊາດ ຍີ່​ປຸ່ນ ​ເລືອກ​ຕັ້ງທ່າ​ນ Yoshihide ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່

(VOVWORLD) -  ຕອນບ່າຍວັນທີ 16 ກັນຍາ, ສະພາຕໍ່າ ແລະ ສະພາສູງ ຍີ່ປຸ່ນ ໄດ້ເລືອກຕັ້ງທ່ານ Yoshihide Suga ປະທານຄົນໃໝ່ຂອງພັກປະຊາທິປະໄຕເສລີ (LDP) ກໍາອໍານາດເປັນນາຍົກລັດຖະມົນຕີຜູ້ທີ 99 ຂອງປະເທດນີ.
ສະ​ພາ​ແຫ່ງຊາດ ຍີ່​ປຸ່ນ ​ເລືອກ​ຕັ້ງທ່າ​ນ Yoshihide ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ - ảnh 1ທ່ານ Yoshihide Suga ນາຍົກລັດຖະມົນຕີ ຄົນໃໝ່ຂອງ ຍີ່ປຸ່ນ (ພາບ: Reuters)

       ທີ່ສະພາຕໍ່າ, ທ່ານ Yoshihide Suga ໄດ້ຮັບບັດສະໜັບສະໜູນ ຈໍານວນ 314/465 ບັດ ແລະ ຢູ່ສະພາສູງ ໄດ້ຮັບ 142/245 ບັດ. ດ້ວຍຖານະເປັນນາຍົກລັດຖະມົນຕີຄົນໃໝ່, ທ່ານ Yoshihide Suga ຈະສືບຕໍ່ແນວທາງ ເຊິ່ງທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ປະຕິບັດກ່ອນໜ້ານັ້ນ ດ້ວຍໜ້າທີ່ສໍາຄັນແມ່ນຟື້ນຟູເສດຖະກິດ, ຕໍ່ສູ້ຍາວນານກັບໂລກລະບາດໂຄວິດ - 19, ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ,ໃນນັ້ນຈຸດສຸມແມ່ນ ການພົວພັນສໍາພັນທະມິດກັບ ອາເມລິກາ.

        ໃນວັນດຽວກັນ, ທ່ານ Yoshihide Suga ໄດ້ປະກາດພາກສ່ວນໃນຄະນະລັດຖະບານໃໝ່, ໃນນັ້ນ ຮັກສາ 8 ຕໍາແໜ່ງໃນຄະນະລັດຖະບານຂອງທ່ານ Shinzo Abe, ຍົກຍ້າຍ 2 ຕໍາແໜ່ງ ແລະ ແຕ່ງຕັ້ງໃໝ່ບັນດາຕໍາແໜ່ງທີ່ຍັງເຫຼືອ.

        ບຸ່ຍຮຸ່ງ - ນັກຂ່າວ VOV ປະຈໍາ ຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ