ສະພາແຫ່ງຊາດ ປືກສາຫາລືຮ່າງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກ, ໃນຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດ ປືກສາຫາລື ທີ່ຫໍປະຊຸມກ່ຽວກັບ ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕາງໜ້າປະເທດ ສສ ຫວຽດນາມ ປະຈຳຕ່າງປະເທດ.
ສະພາແຫ່ງຊາດ ປືກສາຫາລືຮ່າງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ - ảnh 1ສະມາຊິກສະພາແຫ່ງຊາດ ຫວຽດນາມ 

ຜ່ານການປືກສາຫາລື, ບັນດາສະມາຊິກຖືວ່າຈຳເປັນຕ້ອງປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍເພື່ອຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກເປັນລະບອບ ກໍ່ຄືຜັນຂະຫຍາຍບັນດາຂໍ້ກຳນົດໃໝ່ຂອງລັດຖະທຳມະນູນ ປີ 2013, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງປະເທດ, ເໝາະສົມກັບບົດບາດ, ຖານະບົດບາດຂອງອົງການຕາງໜ້າໃນວຽກງານພົວພັນຕ່າງປະເທດ ໃນປະຈຸບັນ.

        ປະກອບຄຳເຫັນກ່ຽວກັບມາດຕະຖານສຳລັບສະມາຊິກອົງການຕາງໜ້າ, ຕາມບັນດາສະມາຊິກ ສະພາແຫ່ງຊາດ: ສະມາຊິກອົງການຕາງໜ້າ ປະຈຳ ຕ່າງປະເທດ, ສະຖານທູດມີບົດບາດສຳຄັນໃນວຽກງານພົວພັນຕ່າງປະເທດ, ຍ້ອນເຫດນັ້ນ, ຄຽງຄ້າງບັນດາມາດຕະຖານຕາມກົດໝາຍກຳນົດແລ້ວ ຮຽກຮ້ອງຕ້ອງມີປະສົບການໃນການພົວພັນກັບຕ່າງປະເທດ, ຮັບເອົາແກ້ໄຂສະຖານະການ ແລະ ເຂົ້າໃຈຫຼາຍຂົງເຂດກ່ຽວກັບ ເສດຖະກິດ, ວັດທະນະທຳ, ສັງຄົມ. ພ້ອມທັງ, ຮ່າງກົດໝາຍກໍ່ຄວນກຳນົດຈະແຈ້ງກວ່າກ່ຽວກັບມາດຕະຖານສຳລັບເອກອັກຄະລັດຖະທູດ, ເປັນຕົ້ນແມ່ນບັນດາປະເທດໃນພາກພື້ນທີ່ມີຄວາມສະດຸ້ງໄວ, ເປັນຄູ່ຮ່ວມມືຍຸດທະສາດ.

ຕອນບ່າຍວັນທີ 3 ພະຈິກ, ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ), ສະມາຊິກສະພາແຫ່ງຊາດສ່ວນຫຼາຍ ເຫັນດີເຫັນພ້ອມກັບຂໍ້ກຳນົດຂອງກະຊວງການເງິນ ເຊິ່ງແມ່ນອົງການຕົ້ນຕໍຊ່ວຍລັດຖະບານເປັນເອກະພາບໃນການຄຸ້ມຄອງລັດກ່ຽວກັບໜີ້ສາທາລະນະ.

        ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດເຫັນດີໂດຍພື້ນຖານຕໍ່ບັນດາເນື້ອໃນ ໃນບົດລາຍງານຮັບເອົາຄຳເຫັນ, ອະພິປາຍ, ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ).  ຕາມນັ້ນແລ້ວ, ເຫັນດີເຫັນພ້ອມກັບຂໍ້ກຳນົດ ລັດຖະບານ ເປັນເອກະພາບໃນການຄຸ້ມຄອງລັດກ່ຽວກັບໜີ້ສາທາລະນະ. ກະຊວງການເງິນແມ່ນອົງການຕົ້ນຕໍຊ່ວຍລັດຖະບານເປັນເອກະພາບໃນການຄຸ້ມຄອງລັດກ່ຽວກັບໜີ້ສາທາລະນະ, ໃນນັ້ນ ໄດ້ກຳນົດ ຢ່າງແຈ້ງແຈ້ງ ໜ້າທີ່, ສິດອຳນາດຂອງກະຊວງການເງິນ. ຕາມສະມາຊິກສະພາແຫ່ງຊາດແລ້ວ, ເລື່ອງຈັດແບ່ງສິດອຳນາດ, ຄວາມຮັບຜິດຊອບຂອງບັນດາອົງການຄຸ້ມຄອງ, ນຳໃຊ້ໜີ້ສາທາລະນະ ແມ່ນສຳຄັນທີ່ສຸດ ເພື່ອຄຸ້ມຄອງ ໜີ້ສາທາລະນະ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ.

        ເຖິງຢ່າງໃດກໍ່ຕາມ, ບາງຄຳຄິດເຫັນຍັງຖືວ່າ: ຮ່າງກົດໝາຍບໍ່ໄດ້ກຳນົດໜ້າທີ່ ຂອງກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງລັດຫວຽດນາມ. ພ້ອມກັນນັ້ນ ກໍ່ກຳນົດບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ສົມທົບກັບກະຊວງການເງິນ ປະຕິບັດໜ້າທີ່ຄຸ້ມຄອງລັດ ກ່ຽວກັບໜີ້ສາທາລະນະຕາມການແບ່ງງານຂອງລັດຖະບານ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍງານການກວດກາ ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງບາງຕອນໃນສາຍທາງເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ