ສະພາແຫ່ງຊາດ ຫວຽດນາມ ແລະ ອີຣານ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍດ້ານ

(VOVWORLD) - ທ່ານ ໂດ໋ບ໋າຕິ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມ ປະເທດ ສ. ອິດສະລາມ ອີຣານ ແຕ່ວັນທີ 2 8 -30 ສິງຫາ. 
 
ສະພາແຫ່ງຊາດ ຫວຽດນາມ ແລະ ອີຣານ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ảnh 1 ຄະນະຜູ້ແທນສະພາແຫ່ງຊາດ 2 ປະເທດຖ່າຍຮູບທີ່ລະນຶກ

ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ອີຣານ ມີການເຈລະຈາ. ທ່ານຮອງປະທານສະພາແຫ່ງຊາດ ອີຣານ Ali Motahari ແລະ ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດ໋ບ໋າຕິ ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງສະພາແຫ່ງຊາດ 2 ປະເທດຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ແລກປ່ຽນບົດຮຽນນິຕິບັນຍັດ, ຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ; ເສີມຂະຫຍາຍບົດບາດການເຄື່ອນໄຫວຂອງ 2 ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ອີຣານ ແລະ ອີຣານ - ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ Ali Motahari ເນັ້ນໜັກວ່າ: ອີຣານ ຍາມໃດກໍ່ປາດຖະໜາຢາກພັດທະນາການພົວພັນຮອບດ້ານກັບ ຫວຽດນາມ; ຢືນຢັນຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຊຸກຍູ້ການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມແລ້ວລະຫວ່າງ 2 ປະເທດ, ປະກອບສ່ວນນຳການພົວພັນຮ່ວມມືເສດຖະກິດລະຫວ່າງ 2 ປະເທດສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ; ຮຽກຮ້ອງໃຫ້ ບັນດາວິສາຫະກິດ 2 ປະເທດຮ່ວມມືລົງທຶນເຂົ້າໃນບັນດາຂົງເຂດຄື ນ້ຳມັນອາຍແກັດ, ວິທະຍາສາດເຕັກນິກ, ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ