ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດອາ​ຊ​ີ - ​ເອີ​ລົບ

(VOVWORLD) -ຢູ່ນອກກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4 (MSEAP4) ຊຶ່ງໄດ້ດຳເນີນຢູ່ນະຄອນຫຼວງ Nur Sultan, ປະເທດ ກາຊັກສະຖານ, ຕອນບ່າຍວັນທີ 23 ກັນຍາ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ມີບັນດາການພົບປະສອງຝ່າຍກັບ ຄະນະຜູ້ແທນຫຼາຍປະເທດ.
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດອາ​ຊ​ີ - ​ເອີ​ລົບ - ảnh 1 ການພົບປະສອງຝ່າຍລະຫວ່າງທ່ານນາງ ຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ແລະ ທ່ານນາງ Olga Timofeeva ຮອງປະທານສະພາຕ່ຳ ລັດເຊຍ (ພາບ:  daibieunhandan.vn)

ທີ່ການພົບປະກັບຄະນະຜູ້ແທນລັດເຊຍ ໂດຍທ່ານນາງ Olga Timofeeva ຮອງປະທານສະພາຕ່ຳ ລັດເຊຍ ນຳໜ້າ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຝ່າຍລັດເຊຍ ແລະ ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນ, ຍາດແຍ່ງບັນດາທ່າໄດ້ປຽບເຊິ່ງສັນຍາການຄ້າເສລີ ຫວຽດນາມ - ສະຫະພັນ ເສດຖະກິດ ອາຊີ - ເອີລົບນຳມາໃຫ້ເປັນຢ່າງດີເພື່ອສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ ເວົ້າສະເພາະ ແລະ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບເວົ້າລວມ. ສ່ວນທ່ານນາງ Olga Timofeeva ຢັ້ງຢືນວ່າ ບັນດາສະມາຊິກສະພາຕ່ຳລັດເຊຍເຖິງວ່າຂຶ້ນກັບພັກການເມືອງໃດກໍ່ຕາມ, ລ້ວນແຕ່ເຫັນດີເປັນເອກະພາບສູງທີ່ສຸດໃນການສະໜັບສະໜູນ ຫວຽດນາມ ຢູ່ ບັນດາເວທີປາໄສຫຼາຍຝ່າຍ.

        ທີ່ການພົບປະກັບທ່ານ Takeo Kawamura, ສະມາຊິກລັດຖະສະພາຍີ່ປຸ່ນ, ຫົວໜ້າຄະນະຜູ້ແທນຍີ່ປຸ່ນ, ທ່ານນາງ ຕ່ອງທິຟ໊ອງ ຊີ້ແຈ້ງວ່າ ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາຄຳໝັ້ນສັນຍາຂອງລັດຖະບານເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີຍີ່ປຸ່ນ, ພ້ອມແລ້ວທີ່ຈະສົມທົບກັນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງໃຫ້ແກ່ບັນດານັກລົງທຶນຍີ່ປຸ່ນທີ່ພວມທຳມາຫາກິນຢູ່ ຫວຽດນາມ. ສ່ວນທ່ານ Takeo Kawamura ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມຈະສືບຕໍ່ບັນລຸໄດ້ ຜົນງານໃຫ້ ຫຼາຍກ່ວາອີກ.

        ໃນການແລກປ່ຽນກັບທ່ານ  Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ຢູ່ນອກກອງປະຊຸມ MSEAP, ທ່ານນາງຕ່ອງທິຟ໊ອງ ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຂອບໃຈເລື່ອງກຳປູເຈຍ ທີ່ສະໜັບສະໜູນ ຫວຽດນາມ ອອກສະໜັກເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມ ຫວຽດນາມໃນການທຳມາຫາກິນ ແລະ ດຳລົງຊີວິດຢູ່ ກຳປູເຈຍ. ກ່ຽວກັບໂຄງການກໍ່ສ້າງສຳນັກງານຂອງ ຄະນະເລຂາ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດກຳປູເຈຍ, ທ່ານນາງ ຕ່ອງທິຟ໊ອງ ເຊື່ອໝັ້ນວ່າ ຂອງຂວັນທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ຈະສຳເລັດແລະນຳເຂົ້າເຄື່ອນໄຫວໂດຍໄວ.

ອັງຕູ໊ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ