ສະພາແຫ່ງຊາດ ອີຣັກ ຮຽກຮ້ອງກຳນົດການວາງແຜນເວລາຖອນກຳລັງທະຫານຕ່າງປະເທດ

(VOVWORLD) - ວັນທີ 01 ມີນາ, ສະພາແຫ່ງຊາດ ອີຣັກ ໄດ້ຮັບຮອງເອົາມະຕິສະບັບໜຶ່ງ ເຊິ່ງຮຽກຮ້ອງໃຫ້ລັດຖະບານກຳນົດການວາງແຜນເວລາສຳລັບເລື່ອງຖອນບັນດາພົນທະຫານຕ່າງປະເທດອອກຈາກປະເທດນີ້.
ສະພາແຫ່ງຊາດ ອີຣັກ ຮຽກຮ້ອງກຳນົດການວາງແຜນເວລາຖອນກຳລັງທະຫານຕ່າງປະເທດ - ảnh 1 ສະພາແຫ່ງຊາດ ອີຣັກ (ພາບ: Arab News/TTXVN)

ຖະແຫຼງການຂອງຫ້ອງວ່າການປະທານສະພາແຫ່ງຊາດໃຫ້ຮູ້ວ່າ: “ສະພາແຫ່ງຊາດໄດ້ສະແດງຄວາມຂອບອົກຂອບໃຈມາຍັງທຸກໆປະເທດທີ່ໄດ້ໜູນຊ່ວຍ ອີຣັກ ໃນການຕໍ່ສູ້ຕ້ານອົງການ “ລັດອິດສະລາມ” (IS)   ແລະ ຮຽກຮ້ອງໃຫ້ລັດຖະບານກຳນົດເວລາສຳລັບເລື່ອງຖອນບັນດາພົນທະຫານຕ່າງປະເທດອອກຈາກປະເທດນີ້”.

        ແຕ່ເດືອນ ຕຸລາ 2014, ອາເມລິກາ ໄດ້ສ້າງຕັ້ງທະຫານປະສົມຕ້ານການກໍ່ການຮ້າຍ ລວມມີ 74 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນຄື: ອົງການສົນທິສັນຍາອັດລັງຕິກເໜືອ (NATO), ເພື່ອໜູນຊ່ວຍບັນດາກຳລັງປະກອບອາວຸດ ອີຣັກ ຕ້ານພວກ IS ອອກຈາກປະເທດນີ້ ພາຍຫລັງອົງການກໍ່ການຮ້າຍນີ້ ຢຶດຄອງບັນດາເຂດດິນແດນ ອີຣັກ ແລະ ກໍ່ໄພນາບຂູ່ດ້ານການທະຫານຕໍ່ ອີຣັກ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ