ສະພາແຫ່ງຊາດກູບາເລືອກຕັ້ງປະທານປະເທດ

(VOVWORLD) -ດ້ວຍບັດສະໜັບສະໜູນ 579 ບັດ, ໃນຈຳນວນບັດເລືອກຕັ້ງ 580 ບັດ, ສະພາແຫ່ງຊາດກູບາ ໄດ້ເລືອກຕັ້ງທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Miguel Diaz Canel Bermudez ດຳລົງຕຳແໜ່ງປະທານປະເທດສາທາລະນະລັດກູບາ

ສະພາແຫ່ງຊາດກູບາເລືອກຕັ້ງປະທານປະເທດ - ảnh 1ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Miguel Diaz Canel Bermudez

ດຳລົງຕຳແໜ່ງປະທານປະເທດສາທາລະນະລັດກູບາ

(ພາບ: AFP/TTXVN)

ຕຳແໜ່ງໃໝ່ເຊິ່ງລັດຖະທຳມະນູນ 2019 ຟື້ນຟູ ແລະ ກຳນົດແມ່ນຜູ້ນຳໜ້າກົງຈັກລັດ. ທີ່ກອງປະຊຸມວິສາມັນ ເຊິ່ງໄດ້ຈັດຕັ້ງໃນວັນທີ 10 ຕຸລາ, ສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ Salvador Valdes Mesa, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ລັດຖະມົນຕີກູບາ, ດຳລົງຕຳແໜ່ງຮອງປະທານປະເທດກູບາ, ດ້ວຍອັດຕາບັດສະໜັບສະໜູນ 569/580 ບັດ.

        ໃນສູນທອນພົດຮັບດຳລົງຕຳແໜ່ງ, ທ່ານປະທານປະເທດກູບາ ຄົນໃໝ່ Diaz Canel Bermudez ເນັ້ນໜັກວ່າ: “ການປະຕິວັດບໍ່ແມ່ນການຕໍ່ສູ້ເພື່ອປະຈຸບັນ, ຫາກແມ່ນການຕໍ່ສູ້ເພື່ອອະນາຄົດ; ການປະຕິວັດຍາມໃດກໍ່ສ້າງວິໄສທັດຂອງຕົນຕໍ່ອະນາຄົດ ແລະ ປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ