ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

(VOVWORLD) - ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ
ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ - ảnh 1ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍໂຄງການ ຕິດຕາມກວດກາປີ 2024 (ພາບ:  quochoi.vn)

ຕອນບ່າຍວັນທີ 8 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ດ້ວຍບັດເຫັນດີເປັນຈຳນວນຫຼາຍ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍໂຄງການ ຕິດຕາມກວດກາປີ 2024 ແລະ ຕັດສິນຈະຕິດຕາມກວດກາຢູ່ລະດັບສູງທີ່ສຸດສຳລັບສອງຫົວເລື່ອງ.

ຕາມນັ້ນແລ້ວສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ ແລະ ບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບບາງໂຄງການສຳຄັນແຫ່ງຊາດຈົນຮອດປີ 2023 ແລະ ໄລຍະກ່ອນ ແລະ ຫຼັງເຊິ່ງທີ່ສ່ວນກ່ຽວຂ້ອງ.

ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດພັດທະນານະຄອນໂຮ່ຈີມິນ. ບັນດາສະມາຊິກໄດ້ສະເໜີສະພາແຫ່ງຊາດ ພິຈາລະນາກົນໄກແບ່ງສິດອຳນາດຫຼາຍກ່ວາອີກໃຫ້ແກ່ອຳນາດການປົກຄອງນະຄອນໂຮ່ຈີມິນ ໃນການຈັດຕັ້ງກົງຈັກ ແລະ ຄຸ້ມຄອງພະນັກງານ, ລັດຖະກອນ, ຜູ້ອອກແຮງງານໃນບໍລິເວນເພື່ອພັດທະນາກຳລັງພາຍໃນຢ່າງແຮງ, ປຸກລຸກຄວາມສາມາດບົ່ມຊ້ອນທ່າໄດ້ປຽບ, ສ້າງກຳລັງໜູນໃໝ່ໃຫ້ແກ່ນະຄອນ, ເຂດເສດຖະກິດພາຍໃນເຂດ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ