ສະພາແຫ່ງຊາດປຶກ ສາຫາລືກົດໝາຍວ່າ ດ້ວຍສະຫະກອນ, ກົດໝາຍວ່າດ້ວຍການຄຸ້ມຄອງພາສີ

ສະພາແຫ່ງຊາດປຶກ ສາຫາລືກົດໝາຍວ່າ ດ້ວຍສະຫະກອນ, ກົດໝາຍວ່າດ້ວຍການຄຸ້ມຄອງພາສີ - ảnh 1
ບັນດາ ສສຊ ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງພາສີ
ພາບ: internet

(vovworld) - ວັນ​ທີ 25/10, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍສະຫະກອນ (ສະບັບ​ປັບປຸງ) ​ແລະ ຮ່າງກົດໝາຍ​ວ່າ​ດ້ວຍການ​ຄຸ້ມ​ຄອງພາສີ. ນີ້​ແມ່ນ​ຮ່າງ​ກົດໝາຍ 2 ສະບັບ​ສຳຄັນ​ທີ່​ຍື່ນ​ສະ​ໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອທີ 4 ສະພາ​ຂອງແຫ່ງ​ຊາດຊຸດ​ທີ 13 ນີ້.

        ສຳລັບຮ່າງ​ກົດໝາຍສະຫະກອນ (ສະບັບ​ປັບປຸງ), ບັນດາ ສສຊ ​ໄດ້​ຢືນຢັນ​ວ່າ​ທາດ​​ແທ້​ຂອງ​ສະຫະກອນ​ແມ່ນ​ຕ່າງ​ກັບ​ວິ​ສາ​ຫະກິດ​ກ່ຽວ​ກັບ​ຈຸດໝາຍ​ສ້າງ​ຕັ້ງ, ການ​ພົວພັນ​ກຳມະສິດ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ… ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ລັດ​ສຳລັບ​ສະຫະກອນ, ທ່ານ Danh Ut, ສສຊ ​ແຂວງ Kien Giang, ປະກອບ​ຄວາມ​ເຫັນ​ວ່າ:

        ”ການ​ພັດທະນາ​ສະຫະກອນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ດ້ານ​ສັງຄົມ​ອີກ​ດ້ວຍ. ສະຫະກອນ​ແມ່ນ​ອົງການ​ເສດຖະກິດ, ທັງ​ແມ່ນ​ອົງການ​ຈັດ​ຕັ້ງ​ສັງຄົມ, ​ເຕົ້າ​ໂຮມ​ຜູ້​ອອກ​ແຮງ​ງານ, ບັນດາ​ຄອບຄົວ, ຮາກ​ຖານ​ຜະລິດ​ຂະໜາດ​ນ້ອຍ. ນີ້​ແມ່ນ​ກຳລັງ​ແຮງ​ງານ​ສັງຄົມ​ທີ່ໃຫຍ່​ຫຼວງ, ​ແຕ່​ສ່ວນ​ຫຼາຍ​ເຂົາ​ເຈົ້າ​ພັດ​ແມ່ນ​ຊາວ​ກະ​ສີກ​ອນ, ຄົນ​ທຸກ​ຍາກ, ຈຳກັດ​ທາງ​ດ້ານ​ເຕັກນິກ ​ແລະ ທຶນ. ດັ່ງ​ນັ້ນ​ລັດ​ຄວນ​ມີ​ນະ​ໂຍບາຍ​ບຸລິ​ມະສິດ, ໜູນ​ຊ່ວຍ​ສະຫະກອນ​ຫຼາຍ​ກວ່າ​ບັນດາ​ຮູບ​ການ​ວິ​ສາ​ຫະກິດ​ອື່ນໆ”.

​        ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີ, ບັນດາ ສສຊ ​ໄດ້​ສະ​ເໜີ​ປັບປຸງຈຸດໝາຍ​ຂອງ​ຮ່າງ​ກົດໝາຍ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ເສຍ​ພາສີ, ຫຼຸດຜ່ອນ​ຄ່າ​ທຳນຽມ, ​ໄລຍະ​ເວລາ​​ເສຍ​ພາສີ, ພ້ອມ​ທັງ​ເພີ່ມ​ທະວີ​ລັກສະນະ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ພາສີ, ​ແນ​ໃສ່​ຕ້ານ​ການ​ເກັບ​ພາສີ​ບໍ່​ຄົບ, ຫຼຸດຜ່ອນ​ໜີ້​ພາສີ. ທ່ານ Than Duc Nam, ສສຊ ນະຄອນ​ດ່າ​ນັ້ງ, ​ປະກອບ​ຄວາມ​ເຫັນ​ວ່າ:

        “ກົດໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ອາກອນ ປີ 2006 ​ໄດ້​ລະບຸ​ໄລຍະ​ເສຍ​ພາສີສຳລັບ​ສິນຄ້ານຳ​ເຂົ້າ​ແມ່ນ 275 ມື້​ນັບ​ແຕ່​ມື້​​ແຈ້ງ​ຫນັງສື​ພາສີ. ຮ່າງ​ກົດໝາຍ​ຄັ້ງ​ນີ້​ປັບປຸງ​ຕາມ​ທິດ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ຕ້ອງ​ເສຍ​ພາສີ​ກ່ອນ​ເມື່ອ​ທີ່ໄດ້​ຮັບຮອງ​ເອົາ ຫລື​​ໄດ້​ຜ່ານ​ແດນ. ຂ້າພະ​ເຈົ້າ​ຖື​ວ່າ ການ​ປັບປຸງ​ຄື​ແນວນັ້ນ​ແມ່ນ​ຈຳກັດ​ປະກົດ​ການ​ສວຍ​ໃຊ້​ນະ​ໂຍບາຍ​ຕໍ່​ກຳນົດ​​ເວລາ​ເສຍ​ພາສີ​ເພື່ອ​ຫນີ້​ພາສີ, ​ແຕ່​ຂໍ້​ກຳນົດ​ນີ້ ຈະ​ສົ່ງຜົນ​ສະທ້ອນ​ເຖິງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ສົ່ງ​ອອກ​ສ່ວນ​ໃດ​ຫນຶ່ງ, ກໍ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ.”

ຂ່າວ/ບົດ​ອື່ນ