ສະພາແຫ່ງຊາດປຶກສາຫາລື ຮ່າງກົດໝາຍ 4 ສະບັບ

(VOVWORLD) -ຕອນເຊົ້າວັນທີ 1 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານການກວດກາຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການຟອກເງິນ (ສະບັບປັບປຸງ)
ສະພາແຫ່ງຊາດປຶກສາຫາລື  ຮ່າງກົດໝາຍ 4 ສະບັບ - ảnh 1ກອງປະຊຸມ ສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV

     ໂດຍສືບຕໍ່ວາລະກອງປະຊຸມ ສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 1 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານການກວດກາຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການຟອກເງິນ (ສະບັບປັບປຸງ). ຕາມໃບຍື່ນສະເໜີ ຂອງລັດຖະບານແລ້ວ, ການປັບປຸງກົດໝາຍວ່າດ້ວຍທີ່ດິນ ເພື່ອແນໃສ່ຈຸດປະສົງຮັບປະກັນຄວາມກົມກ່ຽວລະຫວ່າງ ສິດ ແລະ ຜົນປະໂຫຍດ ຂອງລັດ, ຜູ້ໃຊ້ທີ່ດິນ ແລະ ນັກລົງທຶນ; ຊຸກຍູ້ການຫັນເປັນການຄ້າສິດນຳໃຊ້ທີ່ດິນ, ພັດທະນາຕະຫຼາດອະສັງຫາລິມະຊັບທີ່ໂປ່ງໃສ,  ປອດໄພ ແລະ ຍືນຍົງ.                 ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ. ການ ຟອກເງິນ(ສະບັບປັບປຸງ), ບັນດາ ສ.ສ.ຊ ຖືວ່າ ຮ່າງກົດໝາຍນີ້ ຍິ່ງກຳນົດຢ່າງໂປ່ງໃສ ກໍຍິ່ງ ປະກອບສ່ວນຍົກສູງປະສິດທິຜົນຂອງການຕ້ານການສໍ້ລາດບັງຫຼວງແລະປະກົດການຫຍໍ້ທໍ້...

       ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືໃນກຸ່ມກ່ຽວກັບຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປ້ອງກັນທາງ ພົນລະເຮືອນ.

ຕອບກັບ

ຂ່າວ/ບົດ​ອື່ນ