ສະພາແຫ່ງຊາດປຶກສາຫາລືກ່ຽວກັບ 3 ໂຄງການເປົ້າໝາຍແຫ່ງຊາດ

(VOVWORLD) - ບັນດາຜູ້ແທນຕີລາຄາວ່າເລື່ອງ ສະພາແຫ່ງຊາດ ໃຫ້ອະນຸມັດຜ່ານ 3 ໂຄງການເປົ້າໝາຍແຫ່ງຊາດ ແມ່ນເໝາະສົມກັບສະພາບການຕົວຈິງ ແລະ ມີບັນດາຜົນສະທ້ອນຢ່າງຕັ້ງໜ້າເຖິງການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ
ສະພາແຫ່ງຊາດປຶກສາຫາລືກ່ຽວກັບ 3 ໂຄງການເປົ້າໝາຍແຫ່ງຊາດ - ảnh 1ບັນດາ ສສຊ ທີ່ຫໍປະຊຸມ
(ພາບ:quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ XV, ວັນທີ 30 ຕຸລາ, ສະພາແຫ່ງຊາດໄດ້ສະຫງວນເວລາມື້ໜຶ່ງເພື່ອຕິດຕາມກວດກາການຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບ 3 ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.

        ບັນດາຜູ້ແທນຕີລາຄາວ່າເລື່ອງ ສະພາແຫ່ງຊາດ ໃຫ້ອະນຸມັດຜ່ານ 3 ໂຄງການເປົ້າໝາຍແຫ່ງຊາດ ແມ່ນເໝາະສົມກັບສະພາບການຕົວຈິງ ແລະ ມີບັນດາຜົນສະທ້ອນຢ່າງຕັ້ງໜ້າເຖິງການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ ແລະ ເຂດຊົນນະບົດ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຫ່າງໄກຊອກຫຼີກ, ເຂດຊາຍແດນ. ຈາກສະພາບຕົວຈິງຂອງການຕິດຕາມກວດກາ, ທ່ານ ຫງວຽນກວັກລ້ວນ, ສສຊ ແຂວງ ອຽນບ໋າຍ, ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ລັດຖະບານ ຊີ້ນຳບັນດາກະຊວງ, ຂະແໜງການສຳຫຼວດກວດກາ, ປັບປຸງ, ເພີ່ມເຕີມບັນດານະໂຍບາຍ, ບັນດາເອກະສານຊີ້ນຳ, ແນະນຳລະອຽດ, ຈະແຈ້ງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ ບັນດາໂຄງການເປົ້າໝາຍແຫ່ງຊາດຢ່າງຮີບດ່ວນ. ຈຳກັດເລື່ອງ ມີເອກະສານອ້າງອີງຫຼາຍສະບັບດ້ວຍເນື້ອໃນອັນດຽວກັນ. ສຳລັບຂັ້ນຕາແສງ ຄວນປະກາດໃຊ້ພາຍໃຕ້ຮູບແບບປຶ້ມຄູມື, ແນະນຳປະຕິບັດ”.

        ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດສືບຕໍ່ຕິດຕາມກວດກາກ່ຽວກັບການຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄລຍະ 2021 – 2025, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ