ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍ 3 ສະບັບ

(vovword)- ​ ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 6/6 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ)​ໄດ້​ປຶກສາ​ຫາລື​ຢູ່​ຕາມ​ຫນ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະຫະກອນ ສະບັບ​ປັບປຸງ. ບາງ​ຄຳ​ເຫັນ​ຂອງ ສສຊ ສະ​ເຫ​ນີວ່າ ຕ້ອງ​ເຮັດ​ໃຫ້​ຮູບ​ແບບ​ໂຄງ​ປະກອບ​ການ​ຈັດ​ຕັ້ງ​ສະຫະກອນ​ແບບ​ໃຫມ່​ເມື່ອ​ທຽບ​ໃສ່​ແບບ​ເກົ່າ​ມີ​ຄວາມຈະ​ແຈ້ງ. ທ່ານ ​Le Dac Lam ສສຊ ​ແຂວງ Binh Thuan ປະກອບ​ຄຳ​ເຫັນ​ວ່າ:

        “​ເມື່ອ​ທຽບ​ກັບ​ວິ​ສາ​ຫະກິດ, ​ເສດຖະກິດ​ຂອງສະຫະກອນ​ບໍ່​ເຫນືອກ​ວ່າ​ວິ​ສາ​ຫະກິດ ​ແຕ່​ປະສິດທິ​ຜົນ​ດ້ານນະ​ໂຍບາຍ​ຂອງ​ສະຫະກອນ​ແມ່ນ​ດີກ​ວ່າ​ຄື: ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ, ສອນ​ວິຊາ​ຊີບ. ຂ້າພະ​ເຈົ້າ​ເຫັນ​ວ່າ ຄວນ​ອະນຸຍາດໃຫ້ສະຫະກອນ​ມີ​ສິດ​ຕັດສິນ​ການ​ສະຫນອງ​ຜະລິດ​ຕະພັນ, ບໍລິການ​ອອກ​ສູ່​ຕະຫລາດ. ຂ້າພະ​ເຈົ້າ​ກໍ​ເຫັນ​ດີ ຕ້ອງ​ມີ​ນະ​ໂຍບາຍ​ບຸລິມະສິດ​ດ້ານ​ພາສີ​ໃຫ້​ແກ່​ສະຫະກອນ, ພິ​ເສດ​ແມ່ນຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.”

ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍ 3 ສະບັບ - ảnh 1
ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືຢູ່ຕາມຫນ່ວຍ
ກ່ຽວກັບຮ່າງກົດໝາຍບາງສະບັບ
ພາບ:na.gov.vn

ກ່ອນ​ຫນ້າ​ນັ້ນ, ຕອນເຊົ້າວັນດຽວ​ກັນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືຢູ່ ຕາມ​ຫນ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ, ​ແລະ ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ. ກ່ຽວ​ກັບ​ຮ່າງກົດໝາຍ​​ສະບັບ​ປັບປຸງ ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ, ຄຳ​ເຫັນ ຂອງ ສສຊ ຫລາຍ​ທ່ານ​ຖື​ວ່າ: ບໍ່​ຄວນ​ອະນຸຍາດ​ໃຫ້​ລັດຖະກອນ​​ເຮັດ​ອາຊີບ​ທະນາຍຄວາມ ​ເພາະວ່າ  ​ມັນຈະ​ສົ່ງຜົນ​ສະ​ທ້ອນ​ເຖິງ​ລັກສະນະ​ພາວະ​ວິ​ໄສ​ຂອງ​ການ​ເຄື່ອນ​ໄຫວ​ຂອງ ທະນາຍຄວາມ. ຄຳ​ເຫັນ​ຂອງ ສສຊ ສ່ວນ​ຫລາຍ ສະ​ເຫ​ນີ​ໃຫ້​ເພີ່ມ​ເວລາ​​ບຳລຸງ​ສ້າງ​ອາຊີບ​ທະນາຍຄວາມ ​ແຕ່ 6 ​ເດືອນ ຂຶ້ນ​ເຖິງ 12 ​ເດືອນ. ທ່ານ​ນາງ Tran Thi Hoa Sinh ສສຊ ​ແຂວງ Lang Son ສະ​ເຫ​ນີວ່າ: 

        “​ໃນ​ສະພາບ​ການ​ປະຈຸ​ບັນ, ນັກທະນາຍຄວາມຕ້ອງ​​ໄດ້​ຮັບ​ການຍົກ​ສູງ​ລະດັບ​ຄວາມ​ຮູ້ ​ແລະ ກຳລັງ​ຄວາມ​ສາມາດ. ​ ທະນາຍຄວາມ​ ຫວຽດນາມ ບໍ່​ທັນ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເພື່ອ​ເຂົ້າ​ຮ່ວມ ການ​ສູ້​ຄະດີບາງ​ກໍລະນີຟ້ອງ​ຮ້ອງ, ພິພາກສາ​ສາກົນ ການສູ້​ຄວາມຂອງ​. ເນື້ອ​ໃນຈຳນວນ​ຫນຶ່ງ​ໃນ​ກົດໝາຍ ປີ 2006 ບໍ່​ເໝາະ​ສົມ​ອີກ​ແລ້ວ ຕ້ອງ​ມີການປັບປຸງ, ​ເພີ່ມ​ເຕີມ.”

        ສຳລັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ, ​ເພ​ີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ, ຄຳ​ເຫັນ​ຂອງ ສສຊ ສ່ວນ​ຫລາຍ​ຖື​ວ່າ: ປະຈຸ​ບັນ ຂະ​ແຫນງ​ໄຟຟ້າ ຍັງ​ຄົງ​ມີ​ສິດ​ຜູກຂາດ. ສະ​ນັ້ນ ຕ້ອງ​ຮັກສາ​ການ​ວາງ​ແຜນ​ກຳນົດ​ພັດທະນາ​​ໄຟຟ້າ​ລະດັບ​ຊາດ, ແຂວງ​, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ແຕ່​ລະດັບ​ເມືອງ​ບໍ່​ຄວນ​ວາງ​ແຜນ​ກຳນົດ. ທ່ານ Nguyen Long Binh ສສຊ ​ແຂວງ Yen Bai ຍົກ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ການວາງ​ແຜນ​ກຳນົດ​ພັດທະນາ​ໄຟຟ້າ ຕ້ອງ​ມີ​ການຮ່ວມ​ສຳພັນ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ ສັງຄົມ. ​​ໄລຍະ​ວາງ​​ແຜນ​ກຳນົດ​ແມ່ນ 10 ປີ ​ແລະ ຕ້ອງ​ມີ​ການ​ກຳນົດ​ທິດ​ໃຫ້​ແກ່ 10 ປີ​ຕໍ່​ໄປ ສ່ວນ​ລາຄາ​ຂາຍ​ໄຟຟ້າ ຂ້າພະ​ເຈົ້າ​ເຫັນ​ດີ​ປະຕິບັດຕາມ​ກົນ​​ໄກ​ການ​ຕະຫລາດ ​ໂດຍ​ມີ​ການ​ດັດສົມຄຸ້ມ​ຄອງ​ຂອງ​ລັດ.”

ຂ່າວ/ບົດ​ອື່ນ