ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ) - ảnh 1
(ທ່ານ ຫງວຽນ​ວັນ​ເຢົາ, ​ກຳມະການຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ,
ຫົວໜ້າ​ກຳມາທິການ​ເສດຖະກິດ)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 10/11, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ສືບ​ຕໍ່ດຳ​ເນີນ​​ຢູ່​ຫໍ​ປະຊຸມ ​ເພື່ອ​ຮັບ​ຟັງ​ທ່ານ ຫງວຽນ​ວັນ​ເຢົາ, ​ກຳມະການຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາທິການ​ເສດຖະກິດ  ສະ​ເໜີ​ບົດ​ລາຍ​ງານ, ອະພິປາຍ, ຮັບ​​ເອົາຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປ​ຸງ) ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນກ່ຽວ​ກັບຮ່າງ​ກົດໝາຍ​ດັ່ງກ່າວ. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຊີ້​ນຳ​ກອງ​ປະຊຸມ. ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປ​ຸງ) ​ໃຫ້​ຮູ້​ວ່າ: ບົນ​ພື້ນຖານ​​ຄຳ​ເຫັນ​ຂອງ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງຊາດ ​ໄດ້​ຊີ້​ນຳ​ອົງການ​ທີ່​ກ່ຽວຂ້ອງປະຕິບັດ​ການ​ເຕົ້າ​ໂຮມ, ກວດກາ​ຄືນ ​ແລະ ສ້າງ​ບັນຊີ​ລາຍ​ຊື່​ຂະ​ແໜງ, ອາຊີບ​ທີ່​ຫ້າມ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ​ບັນຊີ​ລາຍ​ຊື່​ຂະ​ແໜງອາຊີບ​ລົງທຶນດຳ​ເນີນ​ທຸລະ​ກິດ​ທີ່​ມີ​ເງື່ອນ​ໄຂຕາມ​ຫຼັກການ: ກວດກາ​ຄືນ, ຍົກ​ເລິກ​ບັນດາ​ຂໍ້​ກຳນົດ​ທີ່​​ຊ້ອນ​ກັນ​​ໃນ​ບັນຊີ​ລາຍ​ຊື່​ຂະ​ແໜງ, ອາຊີບທີ່​ຫ້າມ​ດຳ​ເນີນ​ທຸລະ​ກິດ​ຕາມ​ກົດໝາຍ​ວິ​ສາ​ຫະກິດ, ບັນ​ຊີ​ລາຍ​ຊື່​ຂົງ​ເຂດ​ຫ້າມ​ລົງທຶນ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ… ພ້​​ອມທັງ​ມ້ອນໂຮມ​ບັນ​​ຊີລາຍ​ຊື່​ດັ່ງກ່າວ​​ເຂົ້າ​ເປັນ​ກັນເພື່ອ​ກຳນົດ​ບັນດາຂະ​ແໜງ, ອາຊີບ​ທີ່​ຫ້າມ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​. ມີ​ບາງ​ຄຳ​ເຫັນ​ສະ​ເໜີ​ປັບປຸງຄວາມ​ສຳນຶກນັກ​ລົງທຶນ​ຕ່າງປະ​ເທດ​ໃຫ້​ເໝາະ​ສົມ​ກວ່າ ​ແລະ ປັບປຸງຄວາມ​ສຳນຶກກ່ຽວ​ກັບ​ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ.

        ຕອນ​ເຊົ້າວັນ​ທີ 10/11, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ