ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແລະອາດຊະຍາກຳ



ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແລະອາດຊະຍາກຳ  - ảnh 1
ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​
ການລະ​ເມີດ​ກົດໝາຍ

ພາບ: internet

(vovworld) - ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດ​ຊະ​ຍາ​ກຳ ​ແມ່ນ 2 ​ເນື້ອ​ໃນ​ຕົ້ນ​ຕໍ່ ​ເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ)ໄດ້​ປຶກສາ​ຫາລື​ໃນ​ວັນ​ທີ 1/11.

        ບັນດາ ສສຊ ​ໄດ້​ເນັ້ນ​ໜັກ​ວ່າ, ຢາກປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ. ຕ້ອງ​ກວດກາ ​ແລະ ​ເປີດ​ເຜີຍ​ຜົນ​​ແຫ່ງການ​ແຈ້ງ​ຊັບ​ສົມບັດ​ຂອງ​ທຸກ​ເປົ້າ​ໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜູ້​ມີ​ຕຳ​ແໜ່​ງ, ມີ​ສິດ​ອຳນາດ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc, ສສຊ ​ແຂວງ ກວາງ​ນາມ ​ແລ້ວ, ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕ້ອງ​ປະຕິບັດ​ຢ່າງ​ເດັດຂາດ ​ແລະ ​ເປັນ​ປະຈຳ.

        ”ກ່ອນ​ອື່ນ​ໝົດ​ແມ່ນ​ສືບ​ຕໍ່​ປັບປຸງ​ລະບຽບ​ການ, ນະ​ໂຍບາຍ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ຕ້ອງ​ປັບປຸງ​ນະ​ໂຍບາຍ​ສຳລັບ​ຜູ້​ເຮັດ​ວຽກ​​ງານກິນ​ເງິນ​ເດືອນ​ໃຫ້​ດີກ​ວ່າ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​​ເຂົາ​ເຈົ້າ ຈຶ່ງ​ສາມາດ​ແກ້​ໄຂ​ສະພາບ​ຄວາມ​ຫຍໍ້​ທໍ້​ໄດ້. ຕ້ອງ​ສືບສວນ, ຟ້ອງ​ສານ, ພິພາກສາ​ບັນດາ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ແຮງ , ວ່ອງ​ໄວ​ ​ແລະ ທັນ​ການກວ່າ. ທີ​ສາມ​ແມ່ນ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ໃນ​ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ”

        ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດຊະຍາ​ກຳ . ບັນດາ​ຄຳ​ເຫັນ​ຂອງ ສສຊ ​​ໄດ້​​ໃຫ້​ຂໍ້ສັງ​ເກດ​ວ່າ: ສະພາບ​ການລະ​ເມີດ​ກົດໝາຍ ​ແລະ ອາດຊະຍາ​ກຳ ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ກໍ່ຄວາມ​​ເຄັ່ງຮ້ອນຕໍ່​ສັງຄົມ. ບັນດາ​ອົງການ​ກ່ຽວຂ້ອງ​ຕ້ອງ​ມີ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ຂ້ຽວ​ຂາດ​ກວ່າ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ, ​ເພື່ອ​ຍູ້​ໄພ​ອາດຊະຍາ​ກຳ​ໃຫ້​ຖອຍ​ໄປ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ໃຫ້​ແກ່​ປະຊາຊົນ. ຕ້ອງ​ສຸມ​ໃສ່​ຕໍ່ສູ້, ປ້ອງ​ກັນ​ຕ້ານອາດຊະຍາ​ກຳ​​ສໍ້​ລາດ​ບັງ​ຫລວງ, ຢາ​ເສບ​ຕິດ, ການ​ຄ້າ​ເຖື່ອນ, ​ອາດຊະຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ພ້ອມ​ທັງ​ຍູ້​ແຮງ​ຂະ​ບວນການ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ແລະ ຕ້ານ​ອາດຊະຍາ​ກຳ, ​ໂຄສະນາ, ສຶກສາ   ຄຸ​ນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ດ້ານວັດທະນະທຳ ​ແລະ ປອດ​​ໃສ​ໃຫ້​ແກ່​ລຸ້ນຫນຸ່ມ. ທ່ານ​ນາງ Luu Thi Huyen ສສຊ  ​ແຂວງ Ninh Binh ປະກອບ​ຄຳ​ເຫັນ​ວ່າ:

        “ລະດົມ​ກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ, ທົ່ວ​ພັກ, ທົ່ວ​ປວງ​ຊົນຕ້ອງ​ເຂົ້າ​ຮ່ວມ​ວຽກ​ງານ​ຕໍ່ສູ້, ປ້ອງ​ກັນ ​ແລະ ຕ້ານ​ການລະ​ເມີດ​ກົດໝາຍ. ຍູ້​ຂະ​ບວນການ​ທົ່ວ​ປວງ​ຊົນ​ພ້ອມ​ກັນປົກ​ປັກ​ຮັກສາປະ​ເທດ​ຊາດ, ​ເສີມ​ຂະຫຍາຍ​ບົດບາດ​ຄຸ້ມ​ຄອງ​ດ້ວຍຕົວ​ເອງ​ຂອງ​ວົງ​ຄະນາ​ຍາດ​ຊຸມ​ຊົນ, ສ້າງ​ບັນດາ​ກຸ່ມ​ຮ່ວມສຳພັນດ້ານ​ປ້ອງ​ກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ພິຈາລະນາ​ເພີ່ມ​ພະນັກງານ​ບັນ​ຈຸ​ໃຫ້​ແກ່​ກຳລັງ​ຕຳຫລວດ, ສ້າງ​ກຳລັງ​ຕຳຫລວດ​ກາຍ​ເປັນ​ກຳລັງ​ຫລັກ​ແຫ​ລ່ງ​ໃນ​ຂະ​ບວນການ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ບໍລິ​ເວນ​ຮາກ​ຖານ.”

 

ຂ່າວ/ບົດ​ອື່ນ