ສະພາແຫ່ງຊາດປຶກສາຫາລືກ່ຽວກັບການລົງທຶນກໍ່ສ້າງເສັ້ນທາງໂຮ່ຈີມິນ ແລະ ຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການລົງທຶນກໍ່ສ້າງເສັ້ນທາງໂຮ່ຈີມິນ ແລະ ຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) - ảnh 1
ການເຮັດວຽກໃນຕອນເຊົ້າວັນທີ 4/11
(ພາບ: baomoi.com)

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 4/11, ບັນດາ ສສຊ ປຶກສາ​ຫາລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ​ເລກທີ 38 ລົງວັນ​ທີ 3/14/2004 ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ໂຮ່ຈີ​ມິນ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບປຸງ). ກ່ຽວ​ກັບ​ເນື້ືອ​ໃນ​ຂອງ​ມະຕິ​ເລກທີ 38, ບັນດາ ສສຊ ສະ​ເໜີ​ຄວນ​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຈິງ​ຍ້ອນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຈັ​ດ​ແບ່ງ​ທຶນ, ບຸກ​ເບີກ​ໜ​້າພຽງ.

        ​ໂດຍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄວາມ​ຈຳ​ເປັນ​ປັບປຸງ​ກົດໝາ​ຍວ່າ​ດ້ວຍ​ພາສີ, ສສຊ ບາງ​ທ່ານ​ຖື​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບປຸງ) ​ແມ່ນ​ໂຄງການ​ກົດໝາຍ​ສຳຄັນ, ​ສະທ້ອນ​ໂດຍ​ກົງ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ສົ່ງ​ຜົນ​ສະທ້ອນຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ​ເຖິງ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ດັ່ງ​ນັ້ນ, ​ໄປ​ຄຽງ​ຄູ່​ກັບ​ຄຳ​ຮຽກຮ້ອງ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ພາສີຢ່າງຮອບດ້ານ, ຫັນ​ພາສີ​ເປັນ​ທັນ​ສະ​ໄໝ, ບັນດາ ສສຊ ​ເນັ້ນ​ໜັກ​ເຖິງ​ເລື່ອງ​ຄວນ​ຍູ​້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມ​ສາມ​າດ​ແກ້ງ​ແຍ່ງ​ກັບ​ສາກົນ.

        ກ່ອນ​ໜ້າ​ນັ້ນ, ຕ​ອນ​ເຊົ້າ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ເຮັດ​ວຽກ​ຢູ່​ຫໍ່​ປະຊຸມ, ຮັບ​ຟັງ​ການລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນຂອງ​ກົດໝາຍ​ສະບັບ​ນີ້.

ຂ່າວ/ບົດ​ອື່ນ