ສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານປ້ອງກັນ,ຕ້ານອາດຊະຍາກຳແລະການສໍ້ລາດບັງຫຼວງ

(VOVWORLD) -ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືທາງອອນລາຍກ່ຽວກັບບົດລາຍງານວຽກງານ ແລະ ບົດລາຍງານຜົນແຫ່ງການກວດກາຂອງປະທານສານປະຊາຊົນສູງສຸດ, ຫົວໜ້າສະຖາບັນໄອຍະການປະຊາຊົນສູງສຸດ...

ສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານປ້ອງກັນ,ຕ້ານອາດຊະຍາກຳແລະການສໍ້ລາດບັງຫຼວງ - ảnh 1 ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ

(ພາບ: plo.vn)

ວັນທີ 26 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືທາງອອນລາຍກ່ຽວກັບບົດລາຍງານວຽກງານ ແລະ ບົດລາຍງານຜົນແຫ່ງການກວດກາຂອງປະທານສານປະຊາຊົນສູງສຸດ, ຫົວໜ້າສະຖາບັນໄອຍະການປະຊາຊົນສູງສຸດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ ແລະ ວຽກງານປະຕິບັດຄຳຕັດສິນຂອງສານ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2020.

        ຕອນເຊົ້າວັນທີ 26 ຕຸລາ, ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ສະເໜີບົດລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ການລະເມີດກົດໝາຍປີ 2020 ຕໍ່ສະພາແຫ່ງຊາດ, ທ່ານໃຫ້ຮູ້ວ່າ: ໃນປີ 2020, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາສະຖຽນລະພາບດ້ານການເມືອງ, ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມປອດໄພທາງສັງຄົມ… ຢ່າງເຂັ້ມງວດ ເພື່ອຮັບໃຊ້ການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ການພົວພັນກັບຕ່າງປະເທດຂອງຫວຽດນາມ ຢ່າງມີປະສິດທິຜົນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງໂຄສະນາຍົກສູງສະຕິປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19 ຢ່າງເປັນປະຈຳ.

        ຕາມບົດລາຍງານຂອງລັດຖະບານ, ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ມາຮອດປະຈຸບັນ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2020 ສືບຕໍ່ມີບັນດາບາດກ້າວຢ່າງແຮງ, ບັນລຸໄດ້ບັນດາໝາກຜົນສຳຄັນ. ທ່ານຫົວໜ້າອົງການກວດກາລັດຖະບານຫວຽດນາມ ເລມິງຄ໊າຍ, ເນັ້ນໜັກວ່າ:

        “ລັດຖະບານສືບຕໍ່ຢືນຢັນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ຈຸດສຸມໃນການຊີ້ນຳນຳພາ, ບໍລິຫານ ແລະ ສຸມໃສ່ປະຕິບັດຢ່າງຄົບຊຸດ. ເພີ່ມທະວີວຽກງານກວດກາ, ກວດສອບບັນຊີບັນດາຂົງເຂດທີ່ມີຄວາມສ່ຽງເກີດໄພຫຍໍ້ທໍ້, ສໍ້ລາດບັງຫຼວງຄືບັນດາໂຄງການລົງທຶນໃຫຍ່, ການຄຸ້ມຄອງການນຳໃຊ້ທີ່ດິນ, ຫັນເປັນຫຸ້ນສ່ວນ… ເດັດດ່ຽວບໍ່ປະໃຫ້ເກີດການສໍ້ລາດບັງຫຼວງໃນບັນດາອົງການປົກປ້ອງກົດໝາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ