ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຢັ້ງຢືນ ທາງຕຸລາການແລະຮ່າງ ....

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຢັ້ງຢືນ ທາງຕຸລາການແລະຮ່າງ .... - ảnh 1
(ພາບ: vneconomy)

ໂດຍສືບຕໍ່ກອງປະຊຸມສະໃໝສາມັນເທື່ອທີ່2ສະພາແຫ່ງຊາດຫວຽດນາມ ຊຸດທີ່ 13, ບັນດາສະມາຊິກສະພາແຫ່ງ ຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຢັ້ງຢືນທາງຕຸລາການ. ສສຊສ່ວນຫຼາຍໄດ້ຢືນຢັນວ່າ ການຢັ້ງຢືນທາງຕຸລາການແມ່ນການເຄື່ອນໄຫວໜູນຊ່ວຍຕຸລາການປະກອບສ່ວນສຳຄັນເຂົ້າໃນວຽກງານຕໍ່ສູ້ ປ້ອງກັນແລະຕ້ານອາດຊະຍາກຳ. ຕໍ່ໜ້າຄວາມຮ້ຽກຮ້ອງຕ້ອງການພຶດຕິກຳຕົວຈິງຂອງວຽກງານນີ້, ການປະ ກາດໃຊ້ກົດໝາຍວ່າດ້ວຍການຢັ້ງຢືນທາງຕຸລາການແມ່ນຈຳເປັນທີ່ສຸດ. ເພື່ອສືບຕໍ່ສ້າງຮ່າງກົດໝາຍດັ່ງກ່າວໃຫ້ ສົມບູນແບບ, ທ່ານ ດັ້ງກົງຫຼີ ສສຊ ແຂວງ ບີງດິ້ງເວົ້າວ່າ :

   “  ການຢັ້ງຢືນບຸກຄົນໃດໜຶ່ງ ມີສັນຍານກະທຳຜິດຫຼືບໍ່ກະທຳຜິດແມ່ນຂຶ້ນກັບອົງການປະຕິບັດການດຳເນີນຄະດີ, ດັ່ງນັ້ນອົງການເຫຼົ່ານີ້ ມີສິດສະເໜີ ໃຫ້ດຳເນີນຢັ້ງຢືນເພື່ອຮັບປະກັນ ບັນດາຫຼັກຖານຢັ້ງຢືນ, ປະຕິບັດການດຳ ເນີນຄະດີຢ່າງຖືກຕາມກຳນົດເວລາ, ພາວະວິໄສ, ຖືກຕ້ອງຕາມລະບຽບ ກົດໝາຍ, ຮັບປະກັນສິດຜົນປະໂຫຍດ ໃຫ້ທັງຈຳເລີຍແລະທຸກຝ່າຍ ທີມີ ສ່ວນກ່ຽວຂ້ອງໃນຄະດີອາຍາ  ”

   ຕອນບ່າຍຂອງວັນດຽວກັນ, ບັນດາ ສສຊປຶກສາຫາລືຢູ່ຕາມໜ່ວຍ ກ່ຽວ ກັບຮ່າງກົດໝາຍວ່າດ້ວຍທະເລ.


ຂ່າວ/ບົດ​ອື່ນ