ສະພາແຫ່ງຊາດປຶກສາຫາລືກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ

(VOVWORLD) - ໃນວັນທີ 22 ພຶດສະພາ, ສະພາແຫ່ງຊາດກໍ່ປຶກສາຫາລືທາງອອນລາຍກ່ຽວກັບແຜນການໂຄງການກໍ່ສ້າງກົດໝາຍ, ລັດຖະບັນຍັດປີ 2021, ປັບປຸງໂຄງການກໍ່ສ້າງກົດໝາຍ, ລັດຖະບັນຍັດປີ 2020. 

  ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ວັນທີ 22 ພຶດສະພາ, ສະພາແຫ່ງຊາດຫວຽດນາມ ຮັບຟັງໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ; ໃບຍື່ນສະເໜີກ່ຽວກັບແຜນການໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2021; ໃບຍື່ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການແກ້ໄຂການລະເມີດບໍລິຫານ.

        ແລະກໍ່ໃນວັນທີ 22 ພຶດສະພາ, ສະພາແຫ່ງຊາດກໍ່ປຶກສາຫາລືທາງອອນລາຍກ່ຽວກັບແຜນການໂຄງການກໍ່ສ້າງກົດໝາຍ, ລັດຖະບັນຍັດປີ 2021, ປັບປຸງໂຄງການກໍ່ສ້າງກົດໝາຍ, ລັດຖະບັນຍັດປີ 2020. ປຶກສາຫາລືທາງອອນລາຍກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ