ສະພາແຫ່ງຊາດປຶກສາຫາລືວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງແມ່ນເນື້ອໃນທີ່ຖືກບັນດາ ສ.ສ.ຊ ນຳມາປຶກສາຫາລື ຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14 ໃນວັນທີ 6 ພະຈິກຢູ່ຮ່າໂນ້ຍ
ສະພາແຫ່ງຊາດປຶກສາຫາລືວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ - ảnh 1ບັນດາ ສ.ສ.ຊ ປຶກສາຫາລື ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

ເພື່ອໃຫ້ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໄດ້ຮັບການປະຕິບັດຢ່າງມີປະສິດທິຜົນນັ້ນ, ບັນດາ ສ.ສ.ຊ ໄດ້ສະເໜີຕ້ອງຖືການສໍ້ລາດບັງຫຼວງແມ່ນໄພອັນຕະລາຍຂອງປະເທດຊາດ, ແມ່ນສັດຕູພາຍໃນ ແລະ ຕ້ອງສະກັດກັ້ນ ແລະ ຕໍ່ສູ້ຕ້ານຢ່າງເປັນປະຈຳ. ທ່ານນາງ ກາວທິຢາງ, ສ.ສ.ຊ ແຂວງກວາງບີງ ປະກອບຄຳເຫັນວ່າ : 

    “ ລະບົບການເມືອງທັງໝົດຕ້ອງມີຄວາມຕັດສິນໃຈຢ່າງສູງໃນການຊີ້ນຳນຳພາ, ຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນບັນດາຜູ້ນຳຕ້ອງມີຄວາມຈັດສິນໃຈ, ໝັ້ນໝາຍບໍ່ສໍ້ລາດບັງຫຼວງ, ບໍ່ປະໃຫ້ຍາດພີນ້ອງຂຈອງຕົນສວຍໃຊ້ຖານະຕຳແໜ່ງຂອງເຮົາເພື່ອທຳມາຫາກິນຢ່າງຜິດກົດໝາຍ. ພະນັກງານ, ສະມາຊິກພັກເອງ ຕ້ອງນຳໜ້າ ແລະ ເປັນແບບຢ່າງໃນວຽກງານຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ  ”

    ແລະ ກໍໃນວັນດຽວກັນ, ບັນດາ ສ.ສ.ຊ ໄດ້ປຶກສາຫາລືກ່ຽວກັບວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ, ການລະເມີດກົດໝາຍ ແລະ ວຽກງານປະຕິບັດຄຳຕັດສິນຂອງສານ. 

ຕອບກັບ

ຂ່າວ/ບົດ​ອື່ນ